ພິ​ທີ​ມອບ​ລາງວັນ World Travel Awards 2022 ຈັດ​ຂຶ້ນ​ຢູ່ ໂຮ່​ຈີ​ມິນ

(VOVWORLD) -World Travel Awards 2022 ແມ່ນລາງວັນທີ່ມີຊື່ສຽງແຖວໜ້າໂລກໃນຂົງເຂດ ທ່ອງທ່ຽວ ປຽບເໝືອນດັ່ງລາງວັນ Oscar ຂອງຂະແໜງງທ່ອງທ່ຽວໂລກ ເພື່ອແນໃສ່ຮັບຮອງ, ຍ້ອງຍໍຊົມເຊີຍ ແລະ ເຊີດຊູຜູ້ທີ່ມີຊື່ສຽງດີເດັ່ນແຖວໜ້າໃນທຸກຂົງເຂດຂອງຂະແໜງທ່ອງທ່ຽວທົ່ວໂລກ.

ຄະນະຈັດຕັ້ງລາງວັນ World Travel Group ໃຫ້ຮູ້ວ່າ ພິທີມອບລາງວັນ World Travel Awards 2022 ພາກພື້ນ ອາຊີ - ປາຊີຟິກ ຈະໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 7 ກັນຍາ ຈະມາເຖິງ. World Travel Awards 2022 ແມ່ນລາງວັນທີ່ມີຊື່ສຽງແຖວໜ້າໂລກໃນຂົງເຂດ ທ່ອງທ່ຽວ ປຽບເໝືອນດັ່ງລາງວັນ Oscar ຂອງຂະແໜງງທ່ອງທ່ຽວໂລກ ເພື່ອແນໃສ່ຮັບຮອງ, ຍ້ອງຍໍຊົມເຊີຍ ແລະ ເຊີດຊູຜູ້ທີ່ມີຊື່ສຽງດີເດັ່ນແຖວໜ້າໃນທຸກຂົງເຂດຂອງຂະແໜງທ່ອງທ່ຽວທົ່ວໂລກ.

World Travel Awards 2022 ພາກພື້ນ ອາຊີ ແລະ ໂອເຊອານີ ດ້ວຍຫົວຂໍ້ “ໄລຍະທາງແຫ່ງທິດໃຕ້”. ປີນີ້, ຫວຽດນາມ ເຂົ້າຮ່ວມແຂ່ງຂັນສະຖານທີ່ທ່ອງທ່ຽວຄື ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ສວນສາທາລະນະລະດັບຊາດ ກຸກເຟືອງ, ໂຮ້ຍອານ (ກວ໋າງນາມ), ມົກເຈົາ (ເຊີນລາ)…

ນີ້ແມ່ນຄັ້ງທີສອງ ທີ່ ຫວຽດນາມ ໄດ້ຮັບການຄັດເລືອກໃຫ້ຈັດຕັ້ງພິທີມອບລາງວັນ World Travel Awards ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ