(vovworld) - ຕອນເຊົ້າວັນທີ 18/2 ຢູ່ ຮ່າໂນ້ຍ, ສະພາມອບລາງວັນ ລະດັບລັດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈັດຕັ້ງ ພິທີມອບລາງວັນໂຮ່ຈິມິນ ແລະ ລາງວັນລະດັບລັດ ກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີປີ 2010. ພິທີມອບລາງວັນໂຮ່ຈິມິນ ແລະ ລາງວັນລະດັບລັດ ກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການຈັດຕັ້ງຂຶ້ນ 5 ປີເທື່ອຫນຶ່ງ ເພື່ອຮັບຮູ້, ເຊີດຊູບັນດານັກວິທະຍາສາດ, ບັນດາກິດຈະກຳວິທະນາຍາສາດເຕັກໂນໂລຊີດີເດັ່ນ, ທີ່ມີຄຸນຄ່າສູງໃນຊີວິດ. ໃນ 32 ກິດຈະກຳທີ່ໄດ້ຮັບລາງວັນໃນຄັ້ງນີ້ມີ 12 ກິດຈະກຳໄດ້ຮັບລາງວັນໂຮ່ຈິມິນ ແລະ ມີ 20 ກິດຈະກຳໄດ້ຮັບລາງວັນລະດັບລັດ ເຊິ່ງຂຶ້ນກັບ 5 ຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ວິທະຍາສາດເຕັກໂນໂລຊີ, ວິທະຍາສາດກະສິກຳ, ວິທະຍາສາດເຕັກນິກ, ວິທະຍາສາດ ການແພດ - ການຢາ. ນີ້ແມ່ນບັນດາກິດຈະກຳທີ່ດີເດັ່ນ, ມີຄຸນຄ່າສູງທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ປະສິດທິຜົນທາງດ້ານເສດຖະກິດສັງຄົມ. ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຢືນຢັນວ່າ: ນັ້ນແມ່ນບັນດາກິດຈະກຳດີເດັ່ນພິເສດ ແມ່ນໝາກຜົນແຫ່ງການຄົ້ນຄ້ວາມາເປັນເວລາຍາວນານ, ເປັນການອຸທິດພູມປັນຍາ ແລະ ຄວາມເກັ່ງກ້າສາມາດຂອງບັນດານັກວິທະຍາສາດ ທີ່ໄດ້ປະກອບສ່ວນສຳຄັນ ແລະ ແທດຈິງຮັບໃຊ້ພາລະກິດພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ປົກປັກຮັກສາປະເທດຊາດ.
“ໃນການຕໍ່ຕ້ານຕ້ານສັດຕູຮຸກຮານຄັ້ງຕ່າງໆ, ພັກ ແລະ ລັດ ຍາມໃດກໍຢືນຢັນບົດບາດສຳຄັນຂອງວິທະຍາສາດເຕັກໂນໂລຊີ, ມີຄວາມເອົາໃຈໃສ່ເຖິງການສ້າງຖັນແຖວພະນັກງານວິທະຍາສາດທີ່ສະຫລາດສະຫຼຽວ, ມີຫົວຄິດປະດິດສ້າງ, ກ້າຫານ, ມີຫລາຍກິດຈະກຳ, ຜະລິດຕະພັນທີ່ມີຄຸນຄ່າສູງ, ເພື່ອຫນູນຊ່ວຍໃຫ້ທະຫານ ແລະ ປະຊາຊົນຫວຽດນາມ ຕີເອົາຊະນະສັດຕູໂຕໃຫຍ່. ໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ພັກ ແລະ ລັດ ຫວຽດນາມ ກໍ່ຢືນຢັນເຖິງບົດບາດສຳຄັນ, ລັດຖະນະໂຍບາຍຕົ້ນຕໍຂອງວິທະຍາດສາດ ແລະ ເຕັກໂນໂລຊີ. ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ໄດ້ຢືນຢັນການພັດທະນາແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ວິທະຍາສາດເຕັກໂນໂລຊີ ແມ່ນຫນຶ່ງໃນຈຳນວນ 3 ຂອດບຸກທະລຸເພື່ອພັດທະນາປະເທດຊາດ.”