ພິທີມອບລາງວັນKOVAຄັ້ງທີ13
ທ່ານນາງ ຮອງປະທານປະເທດ ຫງວຽນທິຢວານມອບທຶນສຶກສາ
ພາບ:kova
|
(vovworld)- ຕອນເຊົ້າວັນທີ 9/1 ຢູ່ ນະຄອນ ໂຮ່ຈິມີນ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມ ແລະ ມອບລາງວັນ KOVA ຄັ້ງທີ 13 ໃຫ້ແກ່ສ່ວນບຸກຄົນ ແລະ ໝູ່ຄະນະຈຳນວນຫນຶ່ງ ໄດ້ມີການປະກອບສ່ວນຫລາຍຢ່າງໃນຂົງເຂດຄົ້ນຄ້ວາວິທະຍາສາດ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານນາງ ຮອງປະທານປະເທດ ຫງວຽນທິຢວານ ຕີລາຄາສູງບັນດາຜົນງານ, ການປະກອບສ່ວນຂອງບັນດານັກວິທະຍາສາດ ກໍຄືບັນດາຄວາມມານະພະຍາຍາມບືນຕົວຂຶ້ນຂອງບັນດານັກສຶກສາທຸກຍາກ.
ລາງວັນ KOVA ປີນີ້ ໄດ້ເຊີດຊູບັນດາສ່ວນບຸກຄົນທີ່ມີ 5 ກິດຈະກຳຄົ້ນຄ້ວາວິທະຍາສາດ ໄດ້ນຳເຂົ້າໝູນໃຊ້, 6 ສ່ວນບຸກຄົນທີເປັນແບບຢ່າງດີເດັ່ນ ຍ້ອນໄດ້ມີບັນດາວຽກງານທີ່ມີວັດທະນະທຳມະນຸດ ພ້ອມດ້ວຍ ນັກສຶກສາດີເດັ່ນ 18 ຄົນ ໄດ້ມີຜົນງານແຫ່ງການຄົ້ນຄ້ວາວິທະຍາສາດ. ນອກນັ້ນ ລາງວັນ KOVA ຍັງມອບ 100 ທຶນສຶກສາ ໃຫ້ແກ່ນັກສຶກສາ ທີ່ທຸກຍາກ ແຕ່ຜ່ານຜ່າຄວາມຫຍຸ້ງຍາກບັນລຸໝາກຜົນດີເດັ່ນໃນການຮ່ຳຮຽນ.