ພິທີມອບລາງວັນການເສັງ “ຊອກຮູ້ປະຫວັດສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ”

ພິທີມອບລາງວັນການເສັງ “ຊອກຮູ້ປະຫວັດສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ” - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່າ​ວັນ​ທີ 12/12, ຢູ່​ບ້ານ​ດົງ, ​ເມືອງ​ເຊ​ໂປ​ນ, ​ແຂວງ​ສະຫວັນ​ນະ​ເຂດ, ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງພັກ​ກອມ​ມູນິດ​​ຫວຽດນາມ ​ແລະ ຄະນະໂຄສະນາອົບ​ຮົມ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ພ້ອມ​ກັນ​ຈັດ​ຕັ້ງພິທີມອບ​ລາງ​ວັນ​ການ​ເສັງ “ຊອກ​ຮູ້​ປະຫວັດ​ສາດສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ”. ​ເຂົ້າ​ຮ່ວມ​ພິທີມີ, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ພ້ອມ​ກັບ​ການ​ນຳ​ສອງ​ປະ​ເທດ, ປະຊາຊົນ​ແຂວງ ສະຫວັນ​ນະ​ເຂດ ​ແລະ ​ແຂວງ ກວາງ​ຈີ້ ​​ເຂົ້າ​ຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້​ຕາງໜ້າ​ບັນດາ​ຜູ້​​ເຂົ້າ​ຮ່ວມ​ການ​ເສັງທີ່​ໄດ້​ຮັບ​ລາງວັນ​ຂອງ​ລາວ ​ແລະ ຫວຽດນາມ ລ້ວນ​ແຕ່​ສະ​ແດງນ້ຳ​ໃຈ ​ແລະ  ຄວາມ​ສຸດ​ຈິດ​ສຸດ​ໃຈຂອງ​ຕົນ​ຕໍ່​ການ​ເສັງ​ນີ້. ນ້ອງ ຕະມາ​​​ພົງ ຄຳ​ມະ​​ພົງ, ຜູ້​ທີ່​ຍາດ​ໄດ້​ລ້າງ​ວັນ​ທີ່​ໜຶ່ງ​ໃນ​ການ​ເສັງ​ປາກ​ເປົ່າ​ຢູ່​ລາວ ​ເວົ້າ​ວ່າ.

“​ເຂົ້າ​ຮ່ວມ​ການເສັງ​ຄັ້ງ​ນີ້ ຫຼານ​ໄດ້​ຄົ້ນຄວ້າ, ຊອກ​ຮູ້​ຜ່ານປື້ນ, ໜັງສືພິມ, ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ຜ່ານ​ຟິມຮູບ​ເງົາ​ເອກະສານ ​ແລະ ຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ປູຢ່າຕາ​ຍາຍ, ຄູ​ອາຈານ… ທີ່​ເວົ້າ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ລາວ - ຫວຽດນາມ. ​ບັນຍາກາດ​ຂອງ​ການ​ເສັງ​ຢູ່​ບັນດາໂຮງຮຽນ​ຂອງ​ລາວ ​ແມ່ນ​ຟົດ​ຟື້ນທີ່​ສຸດ. ​ເຂົ້າ​ຮ່ວມ​ການ​ເສັງ​ຄັ້ງ​ນີ້, ພວກ​ຫຼານ​ເຂົ້າ​ໃຈ​ຢ່າງ​ເລີກ​ເຊິ່ງ, ຖືກຕ້ອງ​ກວ່າ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ, ທີ່ສັດ​ຊື່, ບໍ່​ລິ​ສຸດ​ຜຸດ​ຜ່ອງລະຫວ່າງ​ສອງ​ຊາດ​ລາວ -ຫວຽດນາມ​ ແລະ ຫວຽດນາມ - ລາວ.”

ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວງ​ຟຸ໋ກ ​ແລ​ະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ພ້ອມ​ກັບ​ການ​ນຳ​ຂອງ​ຄະນະ​ໂຄສະນາ​ສອງ​ປະ​ເທດ ​ໄດ້​ມອບ​ລາງວັນ​ໂດຍ​ກົງ​ໃຫ້​ຜູ້​​ເຂົ້າ​ຮ່ວມ​ການ​ເສັງຂອງ 2 ປະ​ເທດ​ເຊິ່ງລວມມີ: ລ້າງ​ວັນ​ທີ 1, 2 ລ້າງ​ວັນ; ລ້າງ​ວັນ​ທີ 2, 5 ລ້າງ​ວັນ, ລ້າງ​ວັນ​ທີ 3, 13 ລ້າງ​ວັນ.

ຂ່າວ/ບົດ​ອື່ນ