(vovworld) – 19 ບົດຂຽນດີເດັ່ນໃນຍອດຈຳນວນ 300 ບົດຂຽນທີ່ສົ່ງເຂົ້າຮ່ວມການເສັງຂຽນກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ປີ 2012, ໄດ້ຮັບລາງວັນໃນພິທີ ໂດຍໜັງສືພິມ ເຍີນເຢີນ (ແປວ່າ ປະຊາຊົນ) ຈັດຕັ້ງເມື່ອຕອນຄຳ່ວັນທີ 14/1 ຢູ່ ຮ່າໂນ້ຍ. ບັນດາບົດຂຽນສົ່ງເຂົ້າຮ່ວມການເສັງຂຽນກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ລວມມີຫຼາຍປະເພດ, ທີ່ໄດ້ສ່ອງແສງ ບັນດາປັດໄຈໃໝ່, ຮູບແບບທີ່ດີເດັ່ນໃນຂົງເຂດຜະລິດກະສິກຳ, ບັນດາໝູ່ຄະນະ, ສ່ວນບຸກຄົນມີຫົວຄິດປະດິດສ້າງ ນຳໃຊ້ວິທະຍາສາດເຕັກນິກ ຢ່າງມີປະສິດທິຜົນທາງດ້ານເສດຖະກິດເຂົ້າໃນການຜະລິດກະສິກຳຢ່າງມີຊີວິດຊີວາ, ຫຼາຍຮູບຫຼາຍແບບ. ມີຫຼາຍບົດຂຽນໄດ້ໄຈ້ແຍກ, ສະເໜີບັນດາມາດຕະການ, ບົດຮຽນຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນຂົງເຂດກະສິກຳ, ຊົນນະບົດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາກະສິກຳ, ຍົກສູງຊີວິດການເປັນຢູ່ຢູ່ເຂດຊົນນະບົດ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ ເນັ້ນໜັກວ່າ:
“ເນື່ອງໃນໂອກາດນີ້, ຂ້າພະເຈົ້າສະເໜີໃຫ້ໜັງສືພິມ ເຍີນເຢີນ, ບັນດາອົງການສື່ສານ ສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຍູ້ແຮງວຽກງານໂຄສະນາເຜີຍແຜ່, ປ່ຽນໃໝ່ວິທີສະແດງ, ຮູບການໂຄສະນາ, ເປີດກ້ວາງເຄືອຂ່າຍຈຳໜ່າຍ ເພື່ອໃຫ້ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດເວົ້າລວມ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບ ກະສິກຳ, ຊາວກະສິກອນ, ຊົນນະບົດ ເວົ້າສະເພາະ, ບັນດາແບບຢ່າງດີເດັ່ນ ບັນດາບົດຮຽນທີ່ລ້ຳຄ່າໃນການພັດທະນາການຜະລິດກະສິກຳ, ກໍ່ສ້າງຊົນນະບົດໃໝ່ ມາສູ່ປະຊາຊົນໃນທົ່ວປະເທດຢ່າງທັນການ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ໝູ່ເກາະ, ປະກອບສ່ວນຢ່າງແທດຈິງພ້ອມກັບທົ່ວພັກ, ທົ່ວປວງຊົນນຳມະຕິຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດເຂົ້າສູ່ຊີວິດຕົວຈິງ”
ແລະກໍ່ທີ່ຢູ່ພິທີ, ໜັງສືພິມ ເຍີນເຢີນ ສືບຕໍ່ປຸກລະດົມການເສັງຂຽນກ່ຽວກັບ “ກະສິກຳ - ຊາວກະສິກອນ - ຊົນນະບົດ” ປີ 2013.