(vovworld) - ກ່າວຄຳເຫັນທີ່ພິທີມອບລາງວັນໃຫ້ແກ່ການເສງແຕ້ມຮູບປຸກລະດົມກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ, ດຳເນີນໄປເມື່ອຕອນຄໍ່າວັນທີ 24/06, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS ແລະ ປ້ອງກັນ, ຕ້ານໄພເສບຢາເສບຕິດ, ໂສເພນີ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງຕຳຫຼວດ ໃນການນຳບັນດາເນື້ອໃນໂຄສະນາເຂົ້າໃນການເຄື່ອນໄຫວວັດທະນະທຳກິລາ ເພື່ອເຮັດໃຫ້ວຽກງານໂຄສະນາສຶກສາປ້ອງກັນ, ຕ້ານຢາເສບຕິດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ນອກຈາກການກ່າວເຕື່ອນໄພເສບຢາເສບຕິດຢ່າງຮຸນແຮງ, ມີຮູ້ບແຕ້ມຫຼາຍແຜ່ນໄດ້ສະແດງຄວາມເຫັນອົກເຫັນໃຈ, ເອື້ອເພື້ອຂອງປະຊາຄົມ; ຕ້ານທ່າທີ່ລັງກຽດ, ຈຳແນກການປະພຶດສຳລັບບັນດາຜູ້ຕິດຢາເສບຕິດ; ຮຽກຮ້ອງໃຫ້ບັນດາຜູ້ຕິດຢາເສບຕິດຕ້ອງພະຍາຍາມມຸ່ງໄປສູ່ອະນາຄົດອັນສົດໄສ.