ວັນທີ 22/12, ເນື່ອງໃນໂອກາດສະເຫຼີມສະຫລອງ 67 ປີ ແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ, ທີ່ສຳນັກງານສະຖານທູດ ສປປ ລາວ ປະຈຳຫວຽດນາມໄດ້ຈັດຕັ້ງ “ພິທີມອບຫລຽນໄຊ, ຫລຽນກາ ຂອງ ສປປ ລາວ ໃຫ້ແກ່ອະດີດນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມຊ່ວຍລາວ“ ຄັ້ງທີ 19. ໃນນັ້ນ ມອບ 153 ຫລຽນໄຊອິດສະຫຼະຊັ້ນ 1, 1066 ຫລຽນໄຊຊະນະເລີດ ຊັ້ນ 1 ແລະ 1872 ຫລຽນໄຊຕ້ານອາເມລິກາ ໃຫ້ແກ່ບັນດານັກຮົບອາສາສະໜັກ ແລະ ຊ່ຽວຊານຊ່ວຍລາວໄລຍະ 1945 – 1975. ໂດຍເປັນປະທານ ແລະ ກ່າວຄຳເຫັນນະພີທິ, ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວປະຈຳຫວຽດນາມຢືນຢັນວ່າ:
“ການທີ່ພັກ, ລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫລຽນໄຊອັນມີຄຸນຄ່າທີ່ປະເສີດຂອງ ສປປ ລາວໃຫ້ແກ່ບັນດາສະຫາຍແມ່ນເປັນການການຍ້ອງຍໍ, ສັນລະເສີນ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າທີ່ມີຕໍ່ພັກ, ລັດຖະບານ ປະຊາຊົນອ້ານນ້ອງຫວຽດນາມເວົ້າລວມ, ເວົ້າສະເພາະກໍ່ແມ່ນຕໍ່ບັນດາສະຫາຍຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນອັນໃຫຍ່ຫລວງ ແລະ ລ້ຳຄ່າທີ່ສຸດໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນ ລາວ ໃນໄລຍະ 30 ປີທີ່ຜ່ານມາ”
ສະແດງຄວາມມ່ວນຊື່ນເມື່ອໄດ້ຮັບຫລຽນໄຊຊະນະເລີດຊັ້ນ 1, ຕາງໜ້າໃຫ້ແກ່ບັນດານັກຮົບອາສາສະໝັກ ແລະ ຊ່ຽວຊານຊ່ວຍລາວທີ່ໄດ້ຮັບຫລຽນໄຊ, ຫລຽນກາໃນຄັ້ງນີ້, ພົນຕີ ຫງວຽນຕ໋ຽນລອງເວົ້າວ່າ:
“ຂໍສະແດງຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຄວາມມ່ວນຊື່ນ ແລະ ຄວາມຮູ້ບູນຄຸນຢ່າງເລິກເຊິ່ງມາຍັງພັກ, ລັດ, ປຊຊ ແລະ ກອງທັບລາວ ເຊິ່ງໄດ້ມອບຫລຽນໄຊອັນສູງສົ່ງຂອງພັກ ແລະ ປຊຊ ລາວອ້າຍນ້ອງໃຫ້ແກ່ພວກຂ້າພະເຈົ້າໃນມື້ນີ້. ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ: ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງໃຫ້ແກ່ພວກຂ້າພະເຈົ້າ, ທັງແມ່ນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ. ຄວາມເປັນກຽດທີ່ພວກຂ້າພະເຈົ້າໄດ້ຮັບໃນມື້ນີ້ ບໍ່ພຽງແຕ່ມີຄວາມໝາຍທາງດ້ານປະຫວັດສາດເທົ່ານັ້ນ ຫາກຍັງເປັນການຕັກເຕື່ອນໃຫ້ພວກຂ້າພະເຈົ້າຕ້ອງສືບຕໍ່ເພີ່ມພຸນຄຸນສ້າງນ້ຳໃຈສະມັກຄີແບບພິເສດຫວຽດນາມ - ລາວ ໃນສະພາບການໃໝ່ໃຫ້ນັບມື້ນັບສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ”