ພິທີມອບ-ຮັບ ລົດ ຮັບໃຊ້ ອາຊຽນ 2020

(VOVWORLD) -ບໍລິສັດ VinFast ຈະມອບ-ຮັບລົດ ຈໍານວນ 393 ຄັນ ແຕ່ນີ້ ຮອດທ້າຍເດືອນ ກັນຍາ 2020 ຕາມລໍາດັບໃຫ້ອະນຸກໍາມະການ ວັດຖຸ - ພະລາທິການ.
ພິທີມອບ-ຮັບ ລົດ ຮັບໃຊ້ ອາຊຽນ 2020 - ảnh 1 ລົດ VinFast (ພາບ: TTXVN)

ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ອະນຸກໍາມະການ ວັດຖຸ - ພະລາທິການ ຄະນະກໍາມະການແຫ່ງຊາດ ອາຊຽນ 2020 ແລະ ບໍລິສັດ ຜະລິດ ແລະ ດໍາເນີນທຸລະກິດ VinFast ຈໍາກັດ ໄດ້ຈັດຕັ້ງພິທີມອບ-ຮັບລົດ VinFast ຮັບໃຊ້ກອງປະຊຸມ ອາຊຽນ 2020.

        ຕາມຂໍ້ຕົກລົງແລ້ວ, ບໍລິສັດ VinFast ຈະມອບ-ຮັບລົດ ຈໍານວນ 393 ຄັນ ແຕ່ນີ້ ຮອດທ້າຍເດືອນ ກັນຍາ 2020 ຕາມລໍາດັບໃຫ້ອະນຸກໍາມະການ ວັດຖຸ - ພະລາທິການ, ຄະນະກໍາມະການແຫ່ງຊາດ ອາຊຽນ 2020 ເພື່ອຮັບໃຊ້ຕ້ອນຮັບຄະນະຜູ້ແທນໃນໄລຍະມາຫວຽດນາມ ເຂົ້າຮ່ວມກອງປະຊຸມຕ່າງໆ. ລົດທັງໝົດເຫຼົ່ານັ້ນ, ລ້ວນແຕ່ຮັບປະກັນ ຄວາມປອດໄພ ແລະ ມາດຕະຖານສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ