ພິທີລະດັບຊາດລະນຶກເຖິງ 710 ປີແຫ່ງວັນ - ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ

(VOVWORLD) - ພິເສດ, ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ເຈິ່ນເຍີນຕົງ ແລະ ພຸດທະສາສະໜາ ຈຸກເລີມ -  ເອກະລັກສະເພາະດ້ານແນວຄວາມຄິດ
ພິທີລະດັບຊາດລະນຶກເຖິງ 710 ປີແຫ່ງວັນ - ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ - ảnh 1 ການຖະແຫຼງຂ່າວໃນວັນທີ 2 ທັນວາ

ພິທີງານບຸນໃຫຍ່ລະລຶກເຖິງ 710 ປີແຫ່ງວັນເຈົ້າຊີວິດ - ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ປະລິນິບພານ ໄດ້ຈັດຂຶ້ນລະດັບຊາດໂດຍ ສະມາຄົມພຸດທະສາສະໜາ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການເຄື່ອນໄຫວຕ່າງໆທີ່ອຸດົມສົມບູນຄື: ພິທີລະລຶກເຖິງເຈົ້າຊີວິດ - ພະພຸດເຈົ້າຊີວິດ ເຈິນເຍີນຕົງ ແລະ ພິທີສວດມົນພາວະນາຢູ່ ວັດ ຫງ້ວາເວີນ (ຢູ່ ດົງຈ່ຽວ) - ບ່ອນທີ່ເຈົ້າຊີວິດກາຍເປັນພະພຸດ … ພິເສດ, ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ເຈິ່ນເຍີນຕົງ ແລະ ພຸດທະສາສະໜາ ຈຸກເລີມ -  ເອກະລັກສະເພາະດ້ານແນວຄວາມຄິດ, ວັດທະນະທຳ” ໄດ້ຮັບການຈັດຕັ້ງແຕ່ວັນທີ 5 – 7 ທັນວາ, ຢູ່ສູນວັດທະນະທຳ ຈຸກເລີມ, ນະຄອນ ອວງບີ໋.

        ທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນ ອວງບີ໋, ແຂວງ ກວາງນິງ, ພະອາຈານມະຫາ ທິກຢາກວາງ, ຮອງຫົວໜ້າສະພາບໍລິຫານງານ, ສາມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ:

        “ພວກອາດຕະມາປາດຖະໜາວ່າຜ່ານງານບຸນໃຫຍ່ຄັ້ງນີ້, ເພື່ອອາໄລຫາເຖິງບຸນຄຸນອັນໃຫຍ່ຫຼວງຂອງ ພະພຸດເຈົ້າຊີວິດ ເຈິ່ນເຍີນຕົງ ທີ່ໄດ້ກໍ່ຕັ້ງພຸດທະສາສະໜາ ຈຸກເລີມອຽນຕື໋ ທີ່ມີສີສັນສະເພາະຂອງ ຫວຽດນາມ ເພື່ອໃຫ້ປະຊາຊົນທຸກຄົນເວົ້າລວມ ແລະ ພິເສດແມ່ນວົງການພະສົງສຳມະເນນຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງ, ຈັດຍາທຳຂອງພະອົງ, ນ້ຳໃຈສ້າງສາປະເທດ ດ້າຍຫວຽດ ອັນດີງາມ ໃນນັ້ນມີແບບແຜນການດຳລົງຊີວິດຂອງ ພຸດທະສາສະໜາ. ມາຮອດປະຈຸບັນ, ວຽກງານກະກຽມໄດ້ປະຕິບັດສຳເລັດ, ພ້ອມແລ້ວທີ່ຈັດຕັ້ງພິທີງານບຸນໃຫຍ່ນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ