ພິທີວາງຕົ້ນໄມ້ໄຜ່ ແລະ ເປີດປະຕູເຂດມໍລະດົກພະລາດຊະວັງເຫວ້.

(VOVWORLD) -ວັນທີ 28 ມັງກອນ ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້ ໄດ້ຈັດພິທີວາງຕົ້ນໄມ້ໄຜ່ ແລະ ເປີດປະຕູຕ້ອນຮັບແຂກ, ອວຍພອນປີໃໝ່ ປີແມວ 2023 ຢູ່ພະລາດຊະວັງເຫວ້
 ພິທີວາງຕົ້ນໄມ້ໄຜ່ ແລະ ເປີດປະຕູເຂດມໍລະດົກພະລາດຊະວັງເຫວ້. - ảnh 1ພິທີວາງຕົ້ນໄມ້ໄຜ່ຢູ່ເຫ້ວ

    ພິທີວາງຕົ້ນໄມ້ໄຜ່ ໄດ້ເປັນການສິ້ນສຸດໄລຍະພັກບຸນເຕັດ. ພ້ອມກັນນັ້ນກໍ່ປິດການເຄື່ອນໄຫວຍາມຕົ້ນລະດູບານໃໝ່ ຢູ່ມໍລະດົກເຫວ້ ດ້ວຍບັນດາສັນຍານທີ່ດີສຳລັບຂະແໜງທ່ອງທ່ຽວຢູ່ເຫວ້.

 ຄາດວ່າໃນໄລຍະພັກບຸນເຕັດ ປີແມວ 2023. ແຂວງເທື່ອທຽນເຫວ້ ໄດ້ຕ້ອນຮັບແຂກທ່ອງທ່ຽວປະທານ 95.000 ເທື່ອຄົນມາຢ້ຽມຊົມທັດສະນະສຶກສາ, ອັນໄດ້ເພີ່ມຂຶ້ນ 52% ເມື່ອທຽບໃສ່ປີກາຍ. ເປັນໜ້າສົນໃຈແມ່ນພາຍຫຼັງບຸນເຕັດປີແມວ 2023 ທາງທ້ອງຖິ່ນຈະເລີ່ມຕົ້ນການເຄື່ອນໄຫວງານບຸນລະດູບານໃໝ່ ຂຶ້ນກັບງານ Fastival ເຫວ້ສີ່ລະດູປີ 2023 ເຊິ່ງຄາດວ່າຈະດຶງດູດແຂກທ່ອງທ່ຽວສາກົນມາທ່ຽວເຫວ້ ໃນໄລຍະທີ່ຈະມາເຖິງຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ