ພິທີສົ່ງ ຄະນະກິລາ ຫວຽດນາມ ເຂົ້າຮ່ວມ Sea Games 32
(VOVWORLD) -ດ້ວຍຈຳນວນນັກກິລາທີ່ຫຼາຍ, ຄະນະກິລາ ຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນກິລາ 30 ປະເພດ, 447 ເນື້ອໃນ, ດ້ວຍເປົ້າໝາຍຫຼຽນຄຳແຕ່ 90 – 120 ຫຼຽນ ແລະ ຢຶນຢູ່ອັນດັບທີ 3 ໃນງານມະຫາກຳ.
ພິທີສົ່ງ ຄະນະກິລາ ຫວຽດນາມ ເຂົ້າຮ່ວມ Sea Games 32 (ພາບ: VOV) |
ຕອນຄ່ຳວັນທີ 19 ເມສາ, ຄະນະກິລາ ຫວຽດນາມ ໄດ້ຈັດພິທີສົ່ງຄະນະນັກກິລາ ເຂົ້າຮ່ວມງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (Sea Games) 32 ຢູ່ສູນຝືກແອບກິລາແຫ່ງຊາດ ຮ່າໂນ້ຍ. ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ Sea Games 32 ມີສະມາຊິກກ່ວາ 1.000 ຄົນ, ໃນນັ້ນ ມີນັກກິລາ 702 ຄົນ. ນີ້ແມ່ນຈຳນວນສະມາຊິກທີ່ຫຼາຍທີ່ສຸດໃນປະຫວັດສາດກິລາ ຫວຽດນາມ ຢູ່ Sea Games ຄັ້ງຕ່າງໆ ທີ່ໄດ້ຈັດຂຶ້ນຢູ່ນອກຜືນແຜ່ນດິນຂອງ ຫວຽດນາມ. ດ້ວຍຈຳນວນນັກກິລາຫຼາຍ, ຄະນະນັກກິລາ ຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນກິລາ 30 ປະເພດ, 447 ເນື້ອໃນ, ດ້ວຍຄາດໝາຍຄ້ວາຫຼຽນຄຳແຕ່ 90 – 120 ຫຼຽນ ແລະ ຢຶນຢູ່ອັນດັບທີ 3 ໃນງານມະຫາກຳ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ:
ສະມາຊິກແຕ່ລະຄົນຂອງຄະນະກິລາ ຫວຽດນາມ ເຂົ້າຮ່ວມ Sea Games 32 ຕ້ອງຮັບຮູ້ໄດ້ເຖິງຄວາມຮັບຜິດຊອບທີ່ສະຫງ່າອົງອາດຂອງຕົນ, ຕ້ອງສະແດງມູນເຊື້ອວັດທະນະທຳ ແລະ ແຜ່ກະຈາຍບັນດາຄຸນຄ່າອັນດີງາມຂອງ ຫວຽດນາມໄປຍັງເພື່ອນມິດສາກົນໃຫ້ເປັນຢ່າງດີ, ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ພົບປະແລກປ່ຽນບົດຮຽນປະສົບການກັບຄະນະເພື່ອນມິດ. ສະມາຊິກຄະນະກິລາ ຫວຽດນາມ ແຕ່ລະຄົນລ້ວນແຕ່ແມ່ນທູດວັດທະນະທຳຂອງປະເທດຊາດ, ພ້ອມທັງບັນດາສະມາຊິກຕ້ອງມີຄວາມສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ຮັກສາລະບຽບວິໄນ, ດ້ວຍຈິດໃຈ, ຄວາມມານະພະຍາຍາມຢ່າງສຸດຂີດເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ.