ພິທີສູດຊັກອະນິຈາບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ວັດເຟິດຕິກ

ພິທີສູດຊັກອະນິຈາບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ວັດເຟິດຕິກ - ảnh 1
ພິທີສູດຊັກອະນິຈາບັນດາວິລະຊົນທີ່
ເສຍສະຫຼະຊີວິດເພື່ອຊາດຢູ່ວັດເຟິດຕິກ
(ພາບ: QuocDat/TTXVN)

(vovworld) - ວັນ​ທີ 18/4, ຢູ່​ວັດ​ເຟິດຕິກຈຸກ​ເລິ​ມບານ​ຢົກ, ​ເມືອງ ຈູ່ງ​ແຄ໋ງ, ​ແຂວງ ກາວ​ບັ່ງ, ​ໄດ້ດຳ​ເນີນ​ພິທີ​ສູດ​ຊັກ​ອະນິຈາ​ເພື່ອ​ສົ່ງ​ບຸນ​ກຸສົນ​ໄປ​ຫາດ​ວງວິນ​ຍານບັນດາ​ວິລະ​ຊົນ​ທີ່​​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ພະ​ມະຫາ​ອາຈານ ທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ​ງານ​ສູນ​ກາງ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ຫົວໜ​້າຄະນະ​ບໍລິຫານ​ງານ​ ສະມາຄົມ​ພຸດທະ​ສາສະໜາ​ແຂວງ ກາວ​ບັ່ງ, ຢືນຢັນ​ວ່າ: ຜ່ານ​ພິທີ, ບັນດາ​ພະສົງ​ສາມະ​ເນນ, ພຸດ​ສະ​ສາສະ​ນິກະ​ຊົນ ຂໍ​ພາວະນາ​ໃຫ້​ດວງ​ວິນ​ຍານ​ຂອງ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບປະ​ເທດ​ຊາດ ​ແລະ ​ໃນ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ຫວຽດນາມ. ​ໃນ​ພິທີ, ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ສະຫງວນ​ເວລາ 1 ນາທີ ​ເພື່ອ​ອາ​ໄລ​ຫາປະທານ ​ໂຮ່ຈີ​ມິນ ​ແລະ ​ບັນດາວິລະ​ຊົນ​ທີ່​​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທັງ​ພາວະນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີສັນຕິພາບ, ປະຊາຊົນ​ໄດ້​ດຳລົງ​ຊີວິດ​ໃນ​ຄວາມ​ສະຫງົບ​ສຸກ.

        ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໄດ້​ມອບ​ຂອງຂວັນ 2.500 ພູດ​ໃຫ້​ເມືອງ ຈຸ່ງ​ແຄ໋ງ; ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ແລະ ທະນາຄານ NCB ​ໄດ້​ມອບ​ໃຫ້​ຕາ​ແສງ ​ເລ​ເລີ້​ຍ, ​ເມືອງ​ແທກ​ອານ, ​ໂຮງຮຽນ​ອະນຸບານ ທີ່​ມີ​ມູນ​ຄ່າ 2,5 ຕື້​ດົ່ງ, ​ເຊິ່ງ​ເລີ່​ມລົງມື​ກໍ່ສ້າງ​ໃນ​ຕອນ​ບ່າຍ​ວັນ​ທີ 18/4.

 

ຂ່າວ/ບົດ​ອື່ນ