ພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍ ວັນເກີດປະທານ ໂຕນດຶກທັງ

ພິທີສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍ ວັນເກີດປະທານ ໂຕນດຶກທັງ - ảnh 1

(ພາບ:vtvdanang)

(vovworld)-​  ຕອນ​ເຊົ້າວັນ​ທີ 19/8, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດພິທີ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຕນ​ດຶກ​ທັງ (20/8/1888-20/8/2013). ປະທານ ໂຕນ​ດຶກ​ທັງ  ​ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ຄຸນສົມບັດ​ການ​ປະຕິວັດ, ມີ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແຮງງານ​ເພື່ອ​ໃຫ້​ລຸ່ນຕ່າງໆ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ. ນະຄອນ​ໂຮ່ຈິ​ມິນ ມີ​ຄວາມ​ເປັນ​ກຽດ ​ແລະ ​ເອກອ້າງ​ທະ​ນົງ​ໃຈ ​ແມ່ນ​ແຫ່ງ​ສ້າງ​ຕັ້ງສະມາຄົມ​ທຳ​ອິດ​ຂອງ​ຊົນ​ຊັ້ນກຳມະກອນ​ໂດຍທ່ານປະທານ ໂຕນ​ດຶກ​ທັງ ​ເປັນ​ຜູ້​ກໍ່ຕັ້ງຂຶ້ນ. ​ເພື່ອ​ສົມ​ກັບຜູ້​ເປັນ​ອາຈານ, ນາຍ​ຊ່າງ​ຜູ້​ໃຫ່ຍ ໂຕນ​ດຶກ​ທັງ ກຳມະກອນ​ຊາວ​ຜູ້​ອອກ​ແຮງ​ງານ​ນະຄອນ​ໂຮ່ຈິ​ມິນ ມານະ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ, ຍົກ​ສູງ​ສີມື​ການ​ຊ່າງ ​ແລະ ຄຸນ​ນະ​ທາດ​ການ​ປະຕິວັດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.ໃນ​ສູນ​ທອນ​ພົດ​ອ່ານ​ທີ່​ພິທີ, ທ່ານ​ເລ​ຮ່ວາງ​ກວນ ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ:

   “​ເພື່ອສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດທ່ານ​ປະທານ​ໂຕນ​ດຶກ​ທັງ ຢ່າງ​ແທດ​ຈິງ​ທີ່​ສຸດ, ພວກ​ເຮົາ​ແຕ່ລະຄົນ​ຈົ່ງ​ຮຳ່ຮຽນ​ຄຸນສົມບັດ​ການ​ປະ​ວິວັດ, ​ແບ​ບແຜນການ​ດຳລົງ​ຊີວິດ​ປະຢັດ​ມັດທະຍັດ, ​ເຫັນ​ແກ່​ສ່ວນ​ລວມຂອງທ່ານ​ປະທານ​ໂຕນ​ດຶກ​ທັງ. ຮ່ຳຮຽນ​ຕາມ​ແບບຢ່າງ​ຂອງທ່ານ​ປະທານ​ໂຕນ​ດຶກ​ທັງ ​ພວກ​ເຮົາຕ້ອງ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ວຽກ​ງານ​ໂດຍ​ພັກ ​ແລະ ປຊຊ ມອບ​ໝາຍ​ໃຫ້, ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ສົມ​ກັບ​ນາ​ມະ​ຍົດ​ນະຄອນ​ວິລະ​ຊົນ“

 

 

 

ຂ່າວ/ບົດ​ອື່ນ