ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນກໍ່ສ້າງສຳເລັດເສັ້ນທາງແຫ່ງຄວາມສຸກ
ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນກໍ່ສ້າງສຳເລັດເສັ້ນທາງແຫ່ງຄວາມສຸກ
(ພາບ: chinhphu.vn)
(vovworld) – ຕອນຄໍ່າວັນທີ 20/03, ຢູ່ນະຄອນຮ່າຢາງ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ໄດ້ສົມທົບກັບແຂວງຮ່າຢາງ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນກໍ່ສ້າງສຳເລັດ “ເສັ້ນທາງແຫ່ງຄວາມສຸກ” ແຂວງຮ່າຢາງ. ເສັ້ນທາງແຫ່ງຄວາມສຸກ ເຊື່ອມຕໍ່ນະຄອນຮ່າຢາງ ເຖິງ 3 ເມືອງເຂດພູສູງທາງທິດເໜືອລວມມີ ກວານບ້າ, ອຽນມິງ, ດົງວັນ ແລະ ເທດສະບານແມ່ວຫວາກ, ມີລວງຍາວເກືອບ 200 ກ.ມ, ໄປຜ່ານຫຼາຍໂນນພູທີ່ເຫວຊັນ, ເຊິ່ງຊາວໜຸ່ມຕະລຸມບ່ອນນັບໝື່ນຄົນຂອງ 8 ແຂວງທາງທິດເໜືອຫວຽດນາມ ປະຕິບັດໃນໄລຍະ 6 ປີ (1959 – 1965). ເມື່ອເສັ້ນທາງໄດ້ຮັບການກໍ່ສ້າງສຳເລັດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ສຳລັບບັນດາທ້ອງຖິ່ນມີເສັ້ນທາງໄປຜ່ານ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ຮຽກຮ້ອງໃຫ້ແຂວງຮ່າຢາງ ມານະພະຍາຍາມພັດທະນາເສດຖະກິດ - ສັງຄົມຢ່າງໝັ້ນຄົງ.
“ຂ້າພະເຈົ້າສະເໜີໃຫ້ກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນຕ່າງໆ, ບັນດາວິສາຫະກິດ ແລະ ນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍວຽກງານແທດຈິງສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂຊ່ວຍເຫຼືອແຂວງຮ່າຢາງ ເວົ້າສະເພາະ ແລະ ເຂດຕາເວັນຕົກສ່ຽງເໜືອ ເວົ້າລວມ. ຜ່ານນັ້ນ, ປຸກລຸກຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາເສດຖະກິດສັງຄົມ, ຕັ້ງໜ້າຮ່ວມແຮງຮ່ວມໃຈພ້ອມກັບບັນດາຊາວຊົນເຜົ່າແຂວງຮ່າຢາງ ແລະ ເຂດຕາເວັນຕົກສ່ຽງເໜືອ ໃນພາລະກິດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກສ້າງຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ”.