ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນພາກໃຕ້ລຸກຮືຂຶ້ນ
(VOVWORLD) -ວັນພາກໃຕ້ລຸກຮືຂຶ້ນ ໄດ້ສ້າງບົດຮຽນລ້ຳຄ່າຫຼາຍຢ່າງ, ປະກອບສ່ວນເຂົ້າໃນໄຊຊະນະຂອງການລຸກຮືຂຶ້ນຂະໜາດໃຫຍ່ເດືອນສິງຫາ ປີ 1945 ແລະ ໄຊຊະນະລະດູໃບໄມ້ຫຼົ່ນປີ 1975.
ພິທີສະເຫຼີມສະຫຼອງວັນພາກໃຕ້ລຸກຮືຂຶ້ນຄົບຮອບ 80 ປີ
(ພາບ: laodong.vn)
|
ຕອນເຊົ້າວັນທີ 31 ພະຈິກ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນພາກໃຕ້ລຸກຮືຂຶ້ນຄົບຮອບ 80 ປີ (ວັນທີ 23 ພະຈິກ 1940 – 23 ພະຈິກ 2020). ວັນພາກໃຕ້ລຸກຮືຂຶ້ນ ໄດ້ສ້າງບົດຮຽນລ້ຳຄ່າຫຼາຍຢ່າງ, ປະກອບສ່ວນເຂົ້າໃນໄຊຊະນະຂອງການລຸກຮືຂຶ້ນຂະໜາດໃຫຍ່ເດືອນສິງຫາ ປີ 1945 ແລະ ໄຊຊະນະລະດູໃບໄມ້ຫຼົ່ນປີ 1975. ພາຍຫຼັງປີ 1975, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ ໄດ້ສູ້ຊົນກໍ່ສ້າງ ແລະ ພັດທະນານະຄອນໃຫ້ສົມກັບນະຄອນທີ່ໃສ່ຊື່ປະທານ ໂຮ່ຈີມິນ. ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນັນ, ສະເໜີວ່າ.
“ໃນໂອກາດອາໄລຫາເຊີດຊູວັນພາກໃຕ້ລຸກຮືຂຶ້ນ, ພວກເຮົາຍິ່ງຄິດເຖິງກຳລັງແຮງທາງດ້ານເຈດຈຳນົງ ແລະ ການອຸທິດສ່ວນຢ່າງໃຫຍ່ຫຼວງຂອງທັງຊາດຫວຽດນາມ. ພວກເຮົາໝັ້ນໝາຍວ່າ, ຈະພ້ອມກັນເສີມຂະຫາຍຈິດໃຈວັນພາກໃຕ້ລຸກຮືຂຶ້ນ, ມູນເຊື້ອອັນສະງ່າລາສີຂອງຊາດ ເພື່ອກໍ່ສ້າງໃຫ້ນະຄອນໂຮ່ຈີມິນ ສົມກັບນະຄອນໃສ່ຊື່ປະທານໂຮ່ຈີມິນ, ນະຄອນວິລະຊົນ”.