ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງ ຄະນະຊາວໜຸ່ມກອມ ມູນິດໂຮ່ຈີມິນ

ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງ ຄະນະຊາວໜຸ່ມກອມ ມູນິດໂຮ່ຈີມິນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ມອບລາງວັນ 26/3 ໃຫ້ແກ່ເລຂາຊາວໜຸ່ມດີເດັ່ນ

(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 81 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ແລະ ມອບ​ລາງວັນ 26/3 ​ໃຫ້​ແກ່​ເລຂາ​ຊາວ​ໜຸ່ມ​ຂັ້ນ​ຮາກ​ຖາ​ນທີ່​ດີ​ເດັ່ນ 81 ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/3 ຢູ່​​ແຂວງ ຕວຽນ​ກວາງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ຍາມ​ໃດ​ກໍ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ອົງການ​ຊາວ​ໜຸ່ມ ​ແລະ ​ໄວ​ໜຸ່ມ​ຫວຽດນາມ​ຜ່ານ​ໄລຍະ​​ແຫ່ງ​ປະຕິວັດ, ຕະຫຼອດ​ໄລຍະ​ຕໍ່​ສູ້​ຍາດ​ເອົາ​ເອກະລາດ, ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບຮອດ​ພາລະ​ກຳ​ປະຈັນບານ​ໃນ​ກິດຈະການ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ - ທັນ​ສະ​ໄໝ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເວົ້າ​ວ່າ:

“ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ຄວນ​ສາມັກຄີ, ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພາຍ​ໃຕ້​ຄັນ​ທຸງ​​ເປັນ​ກຽດສະຫງ່າ​ຂອງ​ພັກ, ສືບ​ຕໍ່ສູ້​ຊົນ​ໃຫ້​ແກ່​ພາລະກິດ​ປະຕິວັດ​ທີ່​ສະຫງ່າ​ລາສີ​ຂອງ​ປະ​ເທດ​ຊາດ​ຜ່ານ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ຕ່າງໆ, ປະຈັນບານ​ໃນ​ທຸກໆ​ຂົງ​ເຂດ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ວາງ​ອອກ. ພວກ​ເຮົາ​ຄວນ​ຍົກສູງ​ກຳລັງ​ຄວາມ​ສາມາດ​ຮອບດ້ານຂອງ​ຊາວ​ໜຸ່ມ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ແຫຼ່ງຊັບພະຍາກອນ​ມະນູດ​ເຕັກ​ໂນ​ໂລ​ຢີສູງ​ໃນ​ໄລຍະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ”

​ເນື່ອງ​ໃນ​ໂອກາດ​ນີ້, ສູນ​ກາງ​ຄະນະຊາວ​ໜູ່ມກອມ​ມູນິດ ​ໂຮ່ຈີ​ມິນ ​​ໄດ້​ລົງ​ນາມ​ໃນ​​ໂຄງການ​ສົມທົບ​ກັບ​ສູນ​ກາງ​ສະມາຄົມ​ອະດີ​ດຊາວ​ໜຸ່ມ​ຕະ​ລຸ​ມບອນ​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ບັນດາ​ການ​ເຄື່ອນ​ໄຫວ​ເປັນ​ມູນ​ເຊື້ອ​ປະຫວັດ​ສາດ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຈັນບານ, ສະ​ໝັກ​ໃຈ​ຂອງ​ຊາວ​ໜຸ່​ມ - ​ເຍົາວະ​ຊົນ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ