ພິທີສະເຫຼີມສະຫຼອງ20ປິແຫ່ງວັນສ້າງຕັ້ງກອງພັນນ້ອຍຕຳຫຼວດປະຕິບັດໜ້າທີ່ພິເສດເລກ 1
(ພິທີສະເຫຼີມສະຫຼອງ20ປິແຫ່ງວັນສ້າງຕັ້ງ
ກອງພັນນ້ອຍຕຳຫຼວດປະຕິບັດໜ້າທີ່ພິເສດເລກ 1)
(vovworld) - ຕອນບ່າຍວັນທີ 09/03, ຢູ່ຮ່າໂນ້ຍ, ກອງພັນນ້ອຍຕຳຫຼວດປະຕິບັດໜ້າທີ່ພິເສດເລກ 1 (ກອງບັນຊາການຕຳຫຼວດເຄື່ອນທີ່ - ກະຊວງຕຳຫຼວດ) ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ (12/03/1997 – 12/03/2017). ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃສ່ໃຈກຳລັງຕຳຫຼວດເຄື່ອນທີ່, ຕຳຫຼວດປະຕິບັດໜ້າທີ່ພິເສດ ຕ້ອງສຸມໃສ່ສົມທົບກັບບັນດາຫົວໜ່ວຍທີ່ມີໜ້າທີ່ປະຕິບັດວຽກງານໃນການຕໍ່ສູ້ປ້ອງກັນ ແລະ ຕ້ານບັນດາການເຄື່ອນໄຫວຫວັງມ້າງທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ບັນດາອາຊະຍາກຳຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ກຳລັງຕຳຫຼວດເຄື່ອນທີ່, ຕຳຫຼວດປະຕິບັດໜ້າທີ່ພິເສດ ຕ້ອງເອົາໃຈໃສ່ກໍ່ສ້າງ ແລະ ຈັດຕັ້ງການປະຕິບັດບັນດາທິດທາງ, ແຜນການຮັກສາຄວາມປອດໄພໃຫ້ບັນດາເຫດການການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມທີ່ດຳເນີນໃນບໍລິເວັນ; ສົມທົບກັນຕໍ່ສູ້ກັບຕຳຫຼວດບັນດາຫົວໜ່ວຍ, ທ້ອງຖິ່ນໃນການຕໍ່ສູ້ບັນດາຄະດີໃຫຍ່ ແລະ ປະຕິບັດບັນດາໜ້າທີ່ໂດຍບັງເອີ້ນທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
ທ່ານປະທານປະເທດ ເຈີນດ້າຍກວາງ ກໍ່ສະເໜີໃຫ້ບັນດາກຳລັງ ຕ້ອງເພີ່ມທະວີວຽກງານພົວພັນກັບຕ່າງປະເທດ, ເປີດກວ້າງການຮ່ວມມືສາກົນກັບຕຳຫຼວດປະຕິບັດໜ້າທີ່ພິເສດປະເທດອື່ນ.