ພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຫາຍເຢືອງຄືນໃໝ່
(vovworld) – ຕອນເຊົ້າວັນທີ 24/12 ຢູ່ແຂວງ ຫາຍເຢືອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງ ຫາຍເຢືອງ ຄືນໃໝ່. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈີ່ນກວກເວື້ອງ ຫົວໜ້າຄະນະກຳມະການກວດກາສູນກາງ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຫວນຄືນ 20 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫາຍເຢືອງ ບັນລຸໄດ້ບັນດາຜົນງານສຳຄັນ, ຮອບດ້ານໃນທຸກຂົງເຂດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງແຂວງ ຫາຍເຢືອງ ພັດທະນາຂະແໜງທ່ອງທ່ຽວຕາມທິດຫັນເປັນຫລາຍຮູບຫລາຍແບບ, ເປີດບັນດາຮູບແບບບໍລິການໃໝ່, ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:
“ໃນໄລຍະຈະມາເຖິງ, ຫາຍເຢືອງ ຄວນມີບັນດາມາດຕະການຢ່າງຂ້ຽວຂາດ ເພື່ອຍົກສູງດັດຊະນີກຳລັງຄວາມສາມາດ, ດັດຊະນີແກ່ງແຍ້ງຂັ້ນແຂວງ ໃຫ້ບັນລຸລະດັບສະເລ່ຍລວມໃນເຂດ. ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ເທື່ອລະກ້າວຕາມທິດພັດທະນາບັນດາຂົງເຂດທີ່ມີມູນຄ່າເພີ່ມຂຶ້ນສູງ, ຕິດພັນກັບການປົກປັກຮັກສາສະພາບແວດລ້ອມ ແລະ ພັດທະນາແບບຍືນຍົງເທື່ອລະກ້າວ. ເພີ່ມທະວີການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດພັດທະນາ”.
ທີ່ພິທີສະເຫຼີມສະຫຼອງ, ແຂວງ ຫາຍເຢືອງ ເປັນກຽດໄດ້ຮັບຫຼຽນໄຊເອກະລາດຊັ້ນ 1, ເຊິ່ງແມ່ນລາງວັນອັນສູງສົ່ງຂອງພັກ, ລັດມອບໝາຍໃຫ້.