ພິທີສະເຫຼີມສະຫຼອງ40ປີແຫ່ງການຮ່ວມມືຫວຽດນາມ-Unicef
ພິທີສະເຫຼີມສະຫຼອງ40ປີແຫ່ງການຮ່ວມມືຫວຽດນາມ-Unicef
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 22/9, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ, ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (Unicef) ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີ ແຫ່ງການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ Unicef, ກ່າວຄວາມເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຂອບໃຈ Unicef ແລະ ບັນດາຜູ້ຮ່ວມງານທີ່ໄດ້ຊ່ວຍເຫຼືອຫວຽດນາມ ຢ່າງສຸດຈິດສຸດໃຈ ໃນວຽກງານປົກປັກຮັກສາ, ສົ່ງເສີມ ແລະ ສຶກສາເດັກນ້ອຍໃນຕະຫຼອດ 40 ປີຜ່ານມາ.
“ລັດຖະບານຫວຽດນາມ, ປະຊາຊົນຫວຽດນາມ ຍາມໃດກໍ່ພ້ອມກັບບັນດາອົງການຈັດຕັ້ງສາກົນ, ພ້ອມກັບປະເທດຕ່າງໆສູ້ຊົນເພື່ອສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມື. ເຖິງວ່າໃນອະນາຄົດ ຫວຽດນາມ ໄດ້ຮັບການພັດທະນາແລ້ວກໍ່ຕາມ, ແຕ່ຍາມໃດກໍ່ຕ້ອງການໄດ້ຮັບຄວາມແບ່ງປັນຈາກພວກເພື່ອນ ຂອງໂລກ ເພື່ອພ້ອມກັນສ້າງເປັນບັນດາບົດຮຽນດີທີ່ສຸດໃຫ້ເດັກນ້ອຍ ແລະ ໃຫ້ພາຍພາກໜ້າ“.
ສ່ວນທ່ານ Daniel Toole, ຜູ້ອຳນວຍການ Unicef ພາກພື້ນອາຊີ - ປາຊີຟິກ ກໍ່ສະແດງຄວາມຫວັງວ່າ ຫວຽດນາມ ຈະສືບຕໍ່ບົດບາດນຳພາ ແລະ ນຳໜ້າໃນອາຊຽນ.
“Unicef ຫວັງວ່າຈະສືບຕໍ່ ແລະ ຍູ້ແຮງການພົວພັນກັບຫວຽດນາມ, ເພາະວ່າພວກເຮົາກໍ່ຄືພວກເພື່ອນລ້ວນແຕ່ເຂົ້າໃຈແຈ້ງວ່າ, ຍາມໃດສິດຂອງເດັກນ້ອຍແຕ່ລະຄົນບໍ່ທັນໄດ້ຮັບການນັບຖື, ວຽກງານຂອງພວກເຮົາກໍ່ບໍ່ທັນສິ້ນສຸດເທື່ອ. ພວກເຮົາແບ່ງປັນກັບພວກເພື່ອນຄຳໝັ້ນສັນຍາປະຕິບັດມາດຕາ 29 ໃນສົນທິສັນຍາສາກົນກ່ຽວກັບສິດຂອງເດັກນ້ອຍ, ສຶກສາໃຫ້ເດັກນ້ອຍແຕ່ລະຄົນ ເພື່ອການພັດທະນາຄວາມສາມາດບົ່ມຊ້ອນກ່ຽວກັບບຸກຄະລິກ, ຄວາມສາມາດ, ເນື້ອກາຍ ແລະ ຈິດໃຈຂອງເດັກນ້ອຍ“.