ທ່ານ ສົມແກ້ວ ສີລະວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ
ລາວ ແລະ ຜູ້ຕາງໜ້າກະຊວງຕຳຫລວດ ຫວຽດນາມ ປະຈຳ ລາວ
(ພາບ: PhamKien/TTXVN)
(vovworld) - ຕອນຄ່ຳວັນທີ 10/8, ຢູ່ນະຄອນຫລວງ ວຽງຈັນ ລາວ, ສະຖານທຸດ ແລະ ອົງການຕາງໜ້າກະຊວງຕຳຫລວດ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຕຳຫລວດປະຊາຊົນ ຫວຽດນາມ ແລະ 10 ປີແຫ່ງວັນບຸນທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພປະເທດຊາດ. ເຂົ້າຮ່ວມພິທີມີທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ເນັ້ນໜັກພ້ອມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ກຳລັງຕຳຫລວດ 2 ປະເທດ, ລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ກາຍເປັນການພົວພັນທີ່ເປັນແບບຢ່າງທີ່ຫາຍາກຢູ່ໃນໂລກ.
ເນື່ອງໃນໂອກາດນີ້, ສະຖານທູດ ແລະ ອົງການຕາງໜ້າກະຊວງຕຳຫລວດ ຫວຽດນາມ ປະຈຳ ລາວ ຈັດຕັ້ງການແຂ່ງຂັນກິລາ, ສະແດງສິລະປະ ແລະ ຍ້ອງຍໍການພົວພັນທີ່ເປັນມູນເຊື້ອແບບພິເສດ. ນ້ຳໃຈມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.