(ພາບປະກອບ)
(vovworld) - ຕອນຄ່ຳວັນທີ 16/03, ສະຖານກົງສູນໃຫຍ່ສາທາລະນະລັດ ຮຸງກາຣີ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຮຸງກາຣີ (15/03), ສະເຫຼີມສະຫຼອງການປະຕິວັດ ແລະ ການສູ້ຮົບຍາດເອົາອິດສະຫຼະ, ເອກະລາດປີ 1848 – 1849 ຂອງປະຊາຊົນ ຮຸງກາຣີ. ທີ່ພິທີ, ທ່ານ ເລແທງລຽມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ແລະ ນະຄອນຫລວງ Budapet ຂອງ ຮຸງກາຣີ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມືແຕ່ປີ 2015 ແລະ ປະຈຸບັນ ພວມມານະພະຍາຍາມຊຸກຍູ້ບັນດາໂຄງການຮ່ວມມືລະອຽດ ລະຫວ່າງ 2 ນະຄອນໃນຂົງເຂດຕ່າງໆ, ພ້ອມກັນປະກອບສ່ວນເຂົ້າໃນການສ້າງການພົວພັນມິດ ຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ຮຸງກາຣີ.
ແລະກໍ່ໃນພິທີ, ທ່ານ Baloghdi Tibor ຫົວໜ້າສະຖານກົງສູນໃຫຍ່ ສ.ຮຸງກາຣີ ປະຈຳນະຄອນ ໂຮ່ຈີມິນ ຢືນຢັນວ່າ ບັນດາວິສາຫະກິດ ຮຸງກາຣີ ປາດຖະໜາຢາກໄດ້ຮ່ວມມືກັບບັນດາຄູ່ຮ່ວມມືຂອງ ນະຄອນ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ຄຸ້ມຄອງແຫຼ່ງນ້ຳ, ສົ່ງເສີມສຸຂະພາບ, ຄົມມະນາຄົມຂົນສົ່ງ, ກະສິກຳ, ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ ແລະ ບັນດາໂຄງການສ້າງນະຄອນສະຫລາດ, ເໝາະສົມກັບແຜນການພັດທະນາຂອງນະຄອນ ໂຮ່ຈີມິນ.