​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດຫວຽດ​ນາມ​ ຄົບ​ຮອບ 75 ປີຢູ່ຫຼາຍ​ປະ​ເທດ

(VOVWORLD) -ເນື່ອງໃນໂອກາດ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2/9/1945 – 2/9/2020),  ຕອນຄ່ຳວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈຳຝະລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດຫວຽດນາມ ຄົບຮອບ 75 ປີ
​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດຫວຽດ​ນາມ​ ຄົບ​ຮອບ 75 ປີຢູ່ຫຼາຍ​ປະ​ເທດ - ảnh 1


 (ພາບ: ຈາກ ສະຖານທູດຫວຽດນາມ ປະຈຳລາວ)

   ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ກຳກາລະໂອກາດ, ຜ່ານຜ່າສິ່ງທ້າທາຍໃນສະພາບການໂລກ ແລະ ພາກພື້ນພວມມີການຫັນປ່ຽນຢ່າງໄວວາ ແລະ ຍາດທີ່ຈະຄາດຄະເນໄດ້, ໂດຍສະເພາະແມ່ນຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19, ເພື່ອໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງ ສືບຕໍ່ພັດທະນາຢ່າງແຮງ ແລະ ເລິກເຊິ່ງ.

   ໃນວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ.  ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ປາດຖະໜາວ່າ ບັນດາປະເທດ, ເພື່ອນມິດສາກົນຈະສືບຕໍ່ສະໜັບສະໜູນ ເພື່ອໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວ ພັດທະນາຢ່າງໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການພັດທະນາຢູ່ອາຊີ.

​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດຫວຽດ​ນາມ​ ຄົບ​ຮອບ 75 ປີຢູ່ຫຼາຍ​ປະ​ເທດ - ảnh 2

    ເຂົ້າຮ່ວມພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີລາວ ບຸນທອງ ຈິດມະນີ ເຊື່ອໝັ້ນວ່າ: ຫວຽດນາມ ຈະສືບຕໍ່ສວມບົດບາດສຳຄັນໃນການສ້າງປະຊາຄົມອາຊຽນ ໃຫ້ເປັນກຸ່ມກ້ອນທີ່ມີຄວາມໝັ້ນຄົງເຂັ້ມແຂງ ແລະ ເຫັນດີເຫັນພ້ອມ. ທ່ານຮອງນາຍົກລັດຖະມົນຕີລາວ ບຸນທອງ ຈິດມະນີ ກ່າວວ່າ:

 

ຕອບກັບ

ຂ່າວ/ບົດ​ອື່ນ