ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ VESAK ຢູ່ນິວຢອກ, ອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າແກນສານຂອງພຸດທະສາສະໜາ ກໍຄືເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາຊົນເຜົ່າ
ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ VESAK ຢູ່ນິວຢອກ, ອາເມລິກາ - ảnh 1(ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ)

ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ VESAK ໄດ້ຈັດຂຶ້ນທາງອອນລາຍໃນວັນທີ 25 ພຶດສະພາ, ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າໄທ ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ສີລັງກາ ປະຈຳສະຫະປະຊາຊາດ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ, ບັນດາຄຳສອນ ແລະ ສານຂອງພະພຸດທະເຈົ້າກ່ຽວກັບການຮ່ວມຊີວິດໃນສັນຕິສຸກ, ປ່ອງດອງ, ບໍ່ໃຊ້ຄວາມຮຸນແຮງແມ່ນບັນດາປັດໃຈແກ່ນສານໃນການຊອກຫາບັນດາຈຸດທີ່ຄ້າຍຄືກັນ ກໍຄືມາດຕະການແກ້ໄຂໃນບັນດາໄພນາບຂູ່ ແລະ ສິ່ງທ້າທາຍລວມ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າແກນສານຂອງພຸດທະສາສະໜາ ກໍຄືເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາຊົນເຜົ່າ ແລະ ບັນດາພື້ນຖານວັດທະນະທຳ, ພ້ອມກັນຍົກອອກຄຸນຄ່າອັນດີງາມຂອງສາສະໜາພຸດເຂົ້າໃນຊີວິດການເປັນຢູ່ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການສ້າງໂລກແຫ່ງສັນຕິພາບ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ