ພິທີສະເຫລີມສະຫລອງ 10 ປີ ແຫ່ງວັນສ້າງຕັ້ງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ

ພິທີສະເຫລີມສະຫລອງ 10 ປີ ແຫ່ງວັນສ້າງຕັ້ງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ມອບ​ຫລຽນ​ໄຊ​ໂຮ່ຈິ​ມີນ​ໃຫ້​ແກ່​ກະຊວງ​ຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ

(vovworld) -  ​​ ວັນ​ທີ 5/8, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 10 ປີ ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ຮັບ​ຫລຽນ​ໄຊ​      ໂຮ່ຈິ​ມີນ. ​ເຂົ້າ​ຮ່ວມ​ມີ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ Tran Duc Luong ອະດີດ​ປະທານ​ປະ​ເທດ, ທ່ານ Hoang Trung Hai ຮອງ​ນາຍົກລັດຖະມົນຕີ, ທ່ານ Uong Chu Luu ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ສະ​ເຫ​ນີຂະ​ແຫນງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຈົ່ງ​ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ພັກ ​ແລະ ລັດ ​ເປັນ​ຢ່າງ​ດີ; ຍູ້​ແຮງ​ການ​ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ທັນ​ສະ​ໄຫມ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ພະຍາກອນ​ອຸຕຸນິຍົມ​ອຸ​ທົກກະສາ​ດ, ຕິດ​ຕາມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ​ເພີ່ມ​ທະວີ​ການ​ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ, ຮັບ​ປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ເນ່ືອງ​ໃນ​ໂອກ​າດນີ້​, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມອບ​ຫລຽນ​ໄຊ​ໂຮ່ຈິ​ມີນ​ໃຫ້​ແກ່​ກະຊວງ​ຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ ຊື່​ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ​ໂດຍ​ຈົດ​ຈຳ ​ແລະ ​ເຊີດ​ຊູ​ບັນດາ​ຜົນງານ​ດີ​ເດັ່ນ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຂະ​ແຫນງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ