ພິ​ທີ​ສະ​ເໜີ​ຕົວ​ກອງ​ຕຳຫຼວດ​ມ້າ

(VOVWORLD) -

ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເໜີຕົວກອງຕຳຫຼວດມ້າ ກອງບັນຊາການຕຳຫຼວດເຄື່ອນທີ່ໄວ ເຊິ່ງໄດ້ລາຍງານກ່ຽວກັບໝາກຜົນຂອງການຝຶກແອບຕໍ່ໜ້າບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ເຂົ້າຮ່ວມ.

ພິ​ທີ​ສະ​ເໜີ​ຕົວ​ກອງ​ຕຳຫຼວດ​ມ້າ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີ 

        ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ, ກອງຕຳຫຼວດມ້າຈະຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ພັດທະນາເທື່ອລະກ້າວ, ປະຕິບັດໜ້າທີ່ທາງການເມືອງໃຫ້ເປັນຢ່າງດີ, ກຽມພ້ອມສູ້ຮົບປົກປັກຮັກສາປະເທດຊາດ, ປ້ອງກັນການດຳລົງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນ. ທ່ານນາງກ່າວວ່າ:

        “ກອງຕຳຫຼວດມ້າຕ້ອງປະຕິບັດວຽກງານຝຶກຊ້ອມ, ສາມັກຄີ, ກໍ່ສ້າງກອງກຳລັງໃຫ້ມີລະບຽບວິໄນ, ມີລະດັບວິຊາສະເພາະ, ນຳໃຊ້ມ້າທີ່ມີກຳລັງຕໍ່ສູ້ຢ່າງສູງຢູ່ບໍ່ວ່າບໍລິເວນໃດໆໃຫ້ເປັນຢ່າງດີ; ສົມທົບກັບບັນດາກຳລັງອື່ນໆ ເພື່ອປະຕິບັດໜ້າທີ່ວຽການໃຫ້ບັນລຸປະສິດທິຜົນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງຕຳຫຼວດມ້າເປັນກອງກຳລັຫຼວງ, ທັນສະໄໝໃນສະພາບການໃໝ່”.

        ກຳລັງຕຳຫຼວດມ້າມີໜ້າທີ່ລາດຕະເວນ, ກວດກາ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມ້າງທຳລາຍທຸກກຸ່ມອາດຊະຍາກອນຢູ່ເຂດຫ່າງໄກສອກຫຼີກ, ເຂດລົດໂອໂຕ, ລົດໂມໂຕ ບໍ່ສາມາແລ່ນເຂົ້າໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ