ການນຳຂອງສະຖານທູດ 10 ປະເທດ ອາຊຽນ
(ພາບ: baotintuc.com)
(vovworld) – ຕອນຄ່ຳວັນທີ 08/03 ຄະນະກຳມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ Paris (ACP) ຈັດຕັ້ງງານພົບປະຂ່ຳນັບຮັບຕ້ອນການສ້າງຕັ້ງຂອງປະຊາຄົມ ອາຊຽນ (AEC). ເຂົ້າຮ່ວມພິທີ ມີການນຳຂອງສະຖານທູດ 10 ປະເທດ ອາຊຽນ ປະຈຳ ຝະລັ່ງ ພ້ອມກັບເຈົ້າໜ້າທີ່ບັນດາກະຊວງ, ຂະແໜງການຫລາຍທ່ານຂອງ ຝະລັ່ງ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ Maria Theresa Lazaro ເອກອັກຄະລັດຖະທູດ ຟີລີບປິນ ປະຈຳ ຝະລັ່ງ, ເຊິ່ງເປັນປະທານຜັດປ່ຽນກັບຄະນະກຳມະການ ອາຊຽນ ຢູ່ ຝະລັ່ງ ໃຫ້ຮູ້ວ່າ: ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງແມ່ນໝາກຜົນແຫ່ງການສູ້ຊົນໃນເກືອບເຄິ່ງສະຕະວັດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທັງໝົດ. ປະຊາຄົມໄດ້ຮັບການສ້າງຕັ້ງດ້ວຍ 3 ເສົ້າຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ປະກອບສ່ວນນຳວິວັດທະນາການຮ່ວມມື ແລະ ຮ່ວມສຳພັນພາກພື້ນກ້າວເຂົ້າໄລຍະໃໝ່, ທັງຕອບສະໜອງຜົນປະໂຫຍດຂອງບັນດາປະເທດສະມາຊິກ, ທັງສ່ອງແສງບົດບາດເປັນໃຈກາງຂອງ ອາຊຽນ ຕໍ່ທ່າອ່ຽງເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນຢູ່ພາກພື້ນ. ສ່ວນທ່ານ Phillippe Varin ທູດພິເສດຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝະລັ່ງ ຮັບຜິດຊອບການພົວພັນດ້ານເສດຖະກິດສຳລັບ ອາຊຽນ ຖືວ່າ: ນີ້ແມ່ນສັນຍານທີ່ດີໃຫ້ແກ່ການເປີດກ້ວາງບັນດາການພົວພັນດ້ານເສດຖະກິດລະຫວ່າງ ຝະລັ່ງ ແລະ ບັນດາປະເທດ ອາຊຽນ.