ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”
(ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”)
(vovworld) - ພິທີອັດປີທ່ອງທ່ຽວແຫ່ງຊາດ 2016 ຖືກດຳເນີນໃນຕອນຄໍ່າວັນທີ 25/12, ຢູ່ເມືອງເກາະຟຸ໋໋ກ໋ວກ, ແຂວງ ກຽນຢາງ, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງກຽນຢາງ ສົມທົບກັນຈັດຕັ້ງ. “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”, ດ້ວຍຫົວຂໍ້ “ຄົ້ນຫາເຂດດິນແດນທາງພາກໃຕ້” ດ້ວຍບັນດາເຫດການມີລັກສະນະລະດັບຊາດ ແລະ ສາກົນ ເຊິ່ງຖືກດຳເນີນຢູ່ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ ແລະ ບາງທ້ອງຖິ່ນໃນທົ່ວປະເທດ, ພິເສດແມ່ນແຂວງກຽນຢາງ. ຜ່ານບັນດາເຫດການວັດທະນະທຳ ໄດ້ໂຄສະນາເຖິງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດບັນດາຄຸນຄ່າວັດທະນະທຳບໍ່ມີຮູບຮ່າງ ແລະ ມີຮູບຮ່າງ, ຊາວຫວຽດນາມ, ເຂດປູຊະນີຍະສະຖານທີ່ເປັນເອກະລັກສະເພາະຂອງບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນຳ້ຂອງ ເວົ້າລວມ ແລະ ຟຸ໋ກ໋ວກ - ກຽນຢາງ ເວົ້າສະເພາະ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ປີທ່ອງທ່ຽວແຫ່ງຊາດປີ 2016 ໄດ້ສິ້ນສຸດລົງ ດ້ວຍບາດກ້າວພັດທະນາທີ່ປະທັບໃຈ. ລະດັບລາຍຮັບເພີ່ມຂຶ້ນ 18,6%, ນັກທ່ອງທ່ຽວສາກົນເພີ່ມຂຶ້ນກວ່າ 26%. ຂະແໜງທ່ອງທ່ຽວຫວຽດນາມ ໄດ້ສຳພັດກັບການທ່ອງທ່ຽວສາກົນ. ທ່ານຮອງນາຍົກລັດຖະມົນຕີຫວັງວ່າ, ປີທ່ອງທ່ຽວແຫ່ງຊາດ 2017, ດ້ວຍຫົວຂໍ້ວ່າ “ສີສັນເຂດໄຕບັ໋ກ” ໂດຍແຂວງລາວກາຍ ເປັນເຈົ້າພາບຈັດຕັ້ງ, ຈະນຳມາເຊິ່ງບັນດາກຳລັງໜູນຫຼາຍແຫ່ງ, ພະລັງຊີວິດໃໝ່ດ້ວຍສີສັນຫຼາກຫຼາຍ ຈະເຮັດໃຫ້ການທ່ອງທ່ຽວຂອງຫວຽດນາມ ພັດທະນາຢ່າງແຮງ ແລະ ຮອບດ້ານຄື “ຄົ້ນຫາເຂດດິນແດນທາງພາກໃຕ້”.