(ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
ກ່າວຄຳເຫັນທີ່ພິທີອັດກອງປະຊຸມສຳມະນາທົ່ວປະເທດ)
(vovworld) – ຕອນເຊົ້າວັນທີ 4/10, ກ່າວຄຳເຫັນທີ່ພິທີອັດກອງປະຊຸມສຳມະນາທົ່ວປະເທດ “ວັນນະຄະດີ, ສິລະປະກັບການສ້າງບຸກຄະລິກກະພາບມະນຸດ ຫວຽດນາມ” ໂດຍສະພາທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ເອົາໃຈໃສ່ເປັນພິເສດ ແລະ ຖືວັດທະນະທຳເປັນພື້ນຖານຂອງສັງຄົມ, ທັງເປັນຈຸດໝາຍ, ທັງເປັນກຳລັງແຮງເພື່ອພັດທະນາປະເທດຊາດ. ໃນໄລຍະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ວັດທະນະທຳຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ເປີດກ້ວາງການພົວພັນແລກປ່ຽນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ກັບຕ່າງປະເທດ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ:
“ຫວັງວ່າ: ບັນດານັກສິລະປິນນັບມື້ນັບມີຫົວຄິດປະດິດສ້າງຫລາຍບົດປະພັນວັນນະຄະດີ, ສິລະປະທີ່ສ່ອງແສງພຶດຕິກຳຕົວຈິງພາລະກິດຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ ຕ້ານພວກຮຸກຮານຢ່າງຊີວິດຊີວາ ແລະ ເລິກເຊິ່ງ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ບັນດາບົດປະພັນຕ້ອງຍ້ອງຍໍ, ປຸກລະດົມບັນດາປັກໄຈຕັ້ງໜ້າໃນສັງຄົມ, ບັນດາສ່ວນບຸກຄົນທີ່ດີເດັ່ນຂອງຍຸກສະໄໝ, ສິ່ງທີດີ, ທີ່ງາມໃນການພົວພັນລະຫວ່າງມະນຸດກັບມະນຸດ, ມະນຸດກັບທຳມະຊາດ.”