ພິທີອອກເຄື່ອນ ພົນປີແຫ່ງຄວາມ ປອດໄພທາງດ້ານຄົມມະນາຄົມ ປີ2012

ພິທີອອກເຄື່ອນ ພົນປີແຫ່ງຄວາມ ປອດໄພທາງດ້ານຄົມມະນາຄົມ ປີ2012  - ảnh 1
(ພາບ: http://hanoimoi.com.vn)

ພິທີ​ອອກ​ເຄື່ອນ​ພົນປີ​​ແຫ່ງ​ຄວາມ​ປອດ​ໄພ​ທາງ​ດ້ານຄົມມະນາຄົມ ປີ 2012 ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 3/1 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟູກ​ເນັ້ນ​ໜັກ​ວ່າ: ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ​ຖື​ໜ້າ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານຄົມມະນາຄົມ, ຕ້ານ​ສະພາບ​ລົດ​ຕິດຢູ່​ຕາມ​ຖະໜົນ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ​ໃນ​ປີ 2012. ລັດຖະບານ​ກຳນົດ​ວ່າ: ປີ 2012 ​ແມ່ນ​ປີ​ສ້າງ​ກົດລະບຽບຂໍ້​ບັງຄັບ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານຄົມມະນາຄົມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ຕ້ານ​ສະພາບ​ລົດ​ຕິດ​ ນະຄອນ​ຫຼວງຮ່າ​ໂນ​້ຍ ​ແລະ ນະຄອນ​ໂຮ່​ຈີ​ມິນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ຊົມ​ເຊີຍ​ເລື່ອງຄະນະ​ກຳມະການກ່ຽວ​ກັບຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ ສົມທົບ​ກັບະຄອນ​ຮ່າ​ໂນ້ຍຈັດ​ຕັ້ງພິທີອອກ​ເຄື່ອນ​ພົນ ດ້ວຍ​ແຜນ​ການ​​ເຄື່ອນ​ໄຫວ​ລະອຽດ ​ແລະ ຄຳ​ໝັ້ນ​ສັນຍາ​ຢ່າງ​​ແຂງ​ແຮງ. ທ່ານ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີຄະນະ​ກຳມະການ​ກ່ຽວ​ກັບຄວາມ​ປອດ​ໄພ​ຄົມມະ​ນາ​ຄົມ​ແຫ່ງ​ຊາດ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດຈົ່ງ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມດ້ານ​ການ​ເມືອງ, ​ແນວ​ຄິດ​ໃຫ້​ແກ່​ທຸກໆຂະ​ແໜງ​ການ, ​​ຫົວໜ່ວຍ, ​ທຸກໆຄອບຄົວ, ພົນລະ​ເມືອງ​ທຸກໆຄົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ຄົມມະນາຄົມ. ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ປັບ​​ໄໝ​ລົງ​ໂທດ​ຕໍ່​ບັນດາ​ຜູ້​ລະ​ເມີ​ດກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ຄົມມະນາຄົມ. ຂະ​ແໜງ​ຕຳຫຼວດ​ຕ້ອງ​ສຸມທຸກ​ກຳລັງ​ເພື່ອ​ປະຕິບັດ​ໜ້າ​ທີ່​ນີ້”

ຂ່າວ/ບົດ​ອື່ນ