ພິທີຮັບຮອງການສົ່ງອອກນຳເຂົ້າສິນຄ້າລື່ນກາຍຕົວເລກ 500 ຕື້ USD

(VOVWORLD) -ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD.
ພິທີຮັບຮອງການສົ່ງອອກນຳເຂົ້າສິນຄ້າລື່ນກາຍຕົວເລກ 500 ຕື້ USD - ảnh 1 (ພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ໜ້າຊຶນຊົມ, ຍ້ອນຫວຽດນາມ ຈາກປະເທດຂາດເຂີນອາຫານການກິນ, ເກື້ອກູນ, ກາຍເປັນປະເທດສົ່ງອອກທີ່ໃຫຍ່ລະດັບໂລກ ແລະ ພາກພື້ນ, ຢືນອັນດັບທີ 22 ໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຍູ້ແຮງການປຸງແຕ່ງຕາມທິດລວງເລິກ, ຍູ້ແຮງການພັດທະນາອຸດສາຫະກຳສຳຮອງຮັບໃຊ້ໃຫ້ແກ່ການຜະລິດສິນຄ້າສົ່ງອອກ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງອອກຢູ່ກັບທີ່ ໂດຍຜ່ານການເຄື່ອນໄຫວການບໍລິການທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບັນດາອົງການທີ່ມີໜ້າທີ່ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ