ພິທີຮັບຮອງນະຄອນ ທາຍບິງແມ່ນຕົວເມືອງ ປະເພດທີ II


ພິທີຮັບຮອງນະຄອນ ທາຍບິງແມ່ນຕົວເມືອງ ປະເພດທີ II - ảnh 1
(
ພາບ: Thu Hoài/TTXVN)

 (vovworld)- ​​ຕອນ​ຄ່ຳວັນ​ທີ 7/4, ຄະນະ​ກຳມະການ ປຊຊ ​ນະຄອນ​​ທາຍ​ບິງ ​ໄດ້​ຈັດ​ພິທີ​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ແລະ ຂໍ້​ຕົກລົງ​ຮັບຮອງນະຄອນ​ທາຍ​ບິງ ​ແມ່ນ​ຕົວ​ເມືອງ​ປະ​ເພດ​ທີ II ຂຶ້ນ​ກັບ​ແຂວງ​ທາຍ​ບິງ.

   ພາຍຫຼັງ 10 ປີ​ແຫ່ງ​ການ​ສ້າງສາ, ພັດທະນາ ​ແລະ ​ເປີດ​ກ້ວາງ​ເຂດ​ບໍ​ລະຫານ, ນະຄອນ​ທາຍ​ບິງ ບັນລຸ​ໄດ້​ຫຼາຍ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເຮັດ​ໃຫ້​ໂສມ​ໜ້າ​ຕົວ​ເມືອງ​ມີ​ການ​ປ່ຽນ​ແປງ ​ແລະ ຊີວິດການ​ເປັນ​ຢູ່​ຂອງ ປຊຊ ​ໄດ້​ຮັບ​ການ​ປົວ​ແປງ​ຫຼາຍ​ພໍ​ສົມຄວນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ໄດ້​ຍອ້ງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ນະຄອນ​ທາຍ​ບິງ ​ບັນລຸ​ໄດ້​ພ້ອມ​ທັງ​ເນັ້ນໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກ ​ແລະ ປຊຊ ທາຍ​ບິງ ຕ້ອງ​ສຸມ​ໃສ່​ຂຸດ​ຄົ້ນທ່າ​ໄດ້​ປຽບ​ເພື່ອ​ພັດທະນາ​ເສດ​ກຖະກິດ​ທຸກ​ດ້ານ, ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ​ໂດຍ​ໄວ; ລະດົມ​ບັນດາ​ແຫຼ່ງກຳລັງ​ເພື່ອ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ, ທັນ​ສະ​ໄໝ, ສູ້​ຊົນ​ສ້າ​ງນະຄອນທາຍ​ບິງ ​ເປັນ​ຕົວ​ເມືອງ​ຂຽວ, ສະອາດ​ ​ແລະ ສວຍ​ງາມ, ​ການ​ພັດທະນາ​ເສດຖະກິດ​ໄວວາ, ໝັ້ນຄົງ​ຕ້ອງ​ຕິດ​ພັນກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ປິ​ກັນຊີວິດ​ສັງຄົມ./.

ຂ່າວ/ບົດ​ອື່ນ