ພິທີເຄົາລົບທຸງຕົ້ນປີໃມ່2017ຢູ່ເຂດກ້ຳຕາເວັນອອກໃນເຂດດິນຕໍ່ແຜ່ນຂອງປະເທດຊາດ
ພິທີເຄົາລົບທຸງຕົ້ນປີໃມ່ 2017
(ພາບ: congan.com.vn)
(vovworld) - ວັນທີ 01/01, ແຂວງ ຟຸ໋ອຽນ ໄດ້ຈັດພິທີເຄົາລົບທຸງຍາມຕົ້ນປີໃໝ່ 2017 ແລະ ຕ້ອນຮັບນັກທ່ອງທ່ຽວຜູ້ທຳອິດມາຢ້ຽມຢາມ ມຸຍດ້ຽນ (ຫຼືເອີ້ິ້ນວ່າ ມຸຍດ້າຍແລ້ງ), ເປັນເຂດກ້ຳຕາເວັນອອກ ໃນເຂດດິນຕໍ່ແຜ່ນຂອງຫວຽດນາມ. ການເຄື່ອນໄຫວເຄົາລົບທຸງຍາມຕົ້ນປີໃໝ່ 2017 ເຊິ່ງແຂວງ ຟຸ໋ອຽນ ຈັດຕັ້ງແມ່ນເພື່ອແນໃສ່ສຶກສາຄວາມຮັກຊາດ, ຈິດໃຈເອກອ້າງທະນົງໃຈເອກະລາດຊົນຊາດ; ພ້ອມທັງເປັນຂີດໝາຍເລີ່ມຕົ້ນອັນດີງາມຂອງບັນດາການເຄື່ອນໄຫວຊົມເຊີຍພັກ, ຊົນເຊີຍລະດູບານໃໝ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຢູ່ຟຸ໋ອຽນ. ພ້ອມກັບພິທີເຄົາລົບທຸງ, ຟຸ໋ອຽນ ຍັງຈັດພິທີຕ້ອນຮັບບັນດານັກທ່ອງທ່ຽວຜູ້ທຳອິດມາຢ້ຽມຢາມເຂດປູ່ຊະນີຍະສະຖານ ບ້າຍມົນ - ມຸຍດ້ຽນ ທີ່ມີຊື່ສຽງອີກດ້ວຍ.