ພິທີເຊີດຊູຊາວ ຫວຽດນາມ ອາໄສຢູ່ ເຊັກໂກ
ສຸດຈິດສຸດໃຈເພື່ອພໍ່ແມ່ປະຊາຊົນຖືກໄພທຳມະຊາດ
(vovworld) - ຕອນຄຳ່ວັນທີ 11/03, ຢູ່ນະຄອນຫລວງ Praha ປະເທດເຊັກໂກ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ 4 ໝູ່ຄະນະ ແລະ ບຸກຄົນ 5 ຄົນ ເປັນຊາວ ຫວຽດນາມ ດີເດັ່ນຢູ່ສາທາລະນະລັດ ເຊັກໂກ, ຮັບຮູ້ບັນດາການປະກອບສ່ວນຂອງເຂົາເຈົ້າສຳລັບພໍ່ແມ່ປະຊາຊົນຖືກໄພທຳມະຊາດຢູ່ພາຍໃນປະເທດ, ພິເສດ ແມ່ນບັນດາຜູ້ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ພາກກາງ ຫວຽດນາມ ໃນປີ 2016.
ກ່າວຄຳເຫັນທີ່ພິທີມອບໃບຍ້ອງຍໍ, ທ່ານ ເຈີ່ນແທງເມີນ, ກຳມະການສູນກາງພັກ, ຮອງປະທານທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ປີ 2016 ໄພນ້ຳຖ້ວມເກີດຂຶ້ນ, ອັນໄດ້ກໍ່ຄວາມເສຍຫາຍໃຫ້ພໍ່ແມ່ປະຊາຊົນໃນທົ່ວປະເທດເວົ້າລວມ, ພາກກາງເວົ້າສະເພາະ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ສາທາລະນະລັດ ເຊັກໂກ ໄດ້ຂົນຂວາຍແຜ່ບໍລິຈາກເງິນກ່ວາ 2 ຕື້ດົ່ງ ເພື່ອຊ່ວຍໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກກໍ່ສ້າງເຮືອນສາມັກຄີ, ຊ່ວຍໃຫ້ເຂົາເຈົ້າສ້າງຊີວິດການເປັນຢູ່, ທຳການຜະລິດເປັນປົກກະຕິໃນໄລຍະຜ່ານມາ. ນີ້ແນ່ນການເຄື່ອນໄຫວທີ່ເຕັມໄປດ້ວຍນ້ຳໃຈມະນຸດຂອງພໍ່ແມ່ປະຊາຊົນອາໄສຢູ່ ເຊັກໂກ ອວາຍໜ້າເມືອຫາປະເທດຊາດ ແລະ ແມ່ນການກະທຳມີຄວາມໝາຍທີ່ສຸດ”.