ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ມອບໃບຍ້ອງຍໍໃຫ້
ຜູ້ຕ່າງຫນ້າວິສາຫະກິດດີເດັ່ນ
ພາບ:vov
|
(vovworld)- ພິທີດັ່ງກ່າວດຳເນີນໄປໃນຕອນເຊົ້າວັນທີ 25/7 ເພື່ອຮັບຮູ້, ເຊີດຊູບັນດາວິສາຫະກິດ, ນັກທຸລະກິດໃນພາລະກິດກໍ່ສ້າງຊົນນະບົດໃຫມ່. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ຫົວຫນ້າຄະນະຊີ້ນຳສູນກາງ ໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່ ຢືນຢັນວ່າ: ພາຍຫລັງ 5 ປີແຫ່ງການຜັນຂະຫຍາຍ ແລະ ປະຕິບັດ, ໂຄງການກໍ່ສ້າງຊົນນະບົດໃຫມ່ໄດ້ກາຍເປັນຂະບວນການແຂງແຮງໃນທົ່ວປະເທດ ໄດ້ຮັບການຕອບສະຫນອງຢ່າງຕັ້ງຫນ້າຈາກປະຊາຊົນ ແລະ ບັນລຸໝາກຜົນຫລາຍຢ່າງ. ໃນສະພາບການພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ແຕ່ນັກທຸລະກິດ, ວິສາຫະກິດ ໄດ້ມີການປະກອບສ່ວນຫລາຍຢ່າງເພື່ອໃຫ້ບັນດາທ້ອງຖິ່ນບັນລຸມາດຖານຊົນນະບົດໃຫມ່ໂດຍໄວ.
“ຄວນສືບຕໍ່ຊາບຊືມຢ່າງເລິກເຊິ່ງການກໍ່ສ້າງຊົນນະບົດໃຫມ່ ແມ່ນຫນ້າທີ່ຮັບຜິດຊອບເປັນຫນ້າເອກອ້າງທະນົງໃຈ ແມ່ນຫນ້າທີ່ຕົ້ນຕໍຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຄວນຕີລາຄາການປະຕິບັດໂຄງການດັ່ງກ່າວໃນໄລຍະ 5 ປີຜ່ານມາຢ່າງເຂັ້ມງວດ ຈາກນັ້ນສະເຫນີລັດຖະບານບັນດານະໂຍບາຍລະອຽດ ເພື່ອດຶງດູດວິສາຫະກິດ, ນັກທຸລະກິດ ລົງທຶນຢ່າງແຮງເຂົ້າຂົງເຂດກະສິກຳ, ຊົນນະບົດ.”
ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ແລະ ທ່ານ ກາວດືກຟາດ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ມອບໃບຍ້ອງຍໍຂອງລັດຖະບານໃຫ້ 65 ວິສາຫະກິດ ແລະ ນັກທຸລະກິດດີເດັ່ນ 31 ຄົນ ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າຫລາຍຢ່າງໃຫ້ຂະບວນການກໍ່ສ້າງຊົນນະບົດໃຫມ່ໄລຍະ 2010-2015.