ພິທີໄຂງານບຸນວັດທະນະທໍາ, ການທ່ອງທ່ຽວ ເມື່ອງລໍ່ ແລະ ຄົ້ນຫາທົ່ງນາຂັ້ນໄດ ໝູ່ກາງຈ໋າຍ ທັດສະນີຍະພາບລະດັບຊາດ 2019
(VOVWORLD) - ພິທີໄຂງານບຸນວັດທະນະທໍາ, ການທ່ອງທ່ຽວ ເມື່ອງລໍ່ ແລະ ຄົ້ນຫາທົ່ງນາຂັ້ນໄດ ໝູ່ກາງຈ໋າຍ ທັດສະນີຍະພາບລະດັບຊາດ ຖືກດໍາເນີນໃນຕອນຄໍ່າວັນທີ 20 ກັນຍາ, ຢູ່ສະໜາມກິລາເທດສະບານ ເຫງ໊ຍໂລະ, ແຂວງອຽນບ໊າຍທາງພາກເໜືອຂອງຫວຽດນາມ.
ລາຍການສະແດງສິລະປະໃນພິທີໄຂ (ພາບ: nhandan.com.vn) |
ພິທີໄດ້ເປີດສາກດ້ວຍລາຍການສະແດງສິລະປະທີ່ມີຫຼາຍຮູບຫຼາຍສີ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທີ່ມີມາແຕ່ດົນນານ”. ລາຍການໄດ້ວາດພາບເຖິງບັນດາຈຸດຄວາມງາມຂອງວັດທະນະທໍາທີ່ເປັນເອກະລັກສະເພາະຂອງເຂດທິດຕາເວັນຕົກສ່ຽງເໜືອ(ໄຕບັກ) ຫວຽດນາມ ເວົ້າລວມ ແລະ ທາງທິດຕາເວັນຕົກຂອງແຂວງ ອຽນບ໊າຍ ເວົ້າສະເພາະ. ພິເສດ, ແມ່ນລາຍການຟ້ອນແຊ່ ໂດຍນັກສິລະປະກອນ ແລະ ຊາວທ້ອງຖິ່ນ 5000 ຄົນ ສະແດງ.
ງານບຸນວັດທະນະທໍາ, ການທ່ອງທ່ຽວ ເມື່ອງລໍ່ ແລະ ຄົ້ນຫາທົ່ງນາຂັ້ນໄດ ໝູ່ກາງຈ໋າຍ ທັດສະນີຍະພາບລະດັບຊາດ ປີ 2019 ລວມມີຫຼາຍເນື້ອໃນຄື: ລາຍການສະແດງສິລະປະຢູ່ທ້ອງຖະໜົນ; ງານຕະຫຼາດນັດການທ່ອງທ່ຽວ ແລະ ອາຫານການກິນ ໄຕບັກ; ງານວາງສະແດງພາບຖ່າຍສິລະປະ ດ້ວຍຫົວຂໍ້ “ດິນແດນ ແລະ ປະຊາຊົນ ອຽນບ໊າຍ”; ວັນບຸນ ຕໍ່າເຂົ້າເໝົ້າ;... ບັນດາການເຄື່ອນໄຫວການທ່ອງທ່ຽວຜະຈົນໄພ... ພິເສດແມ່ນ Festival ຈ້ອງເວີ່ນ ດ້ວຍຫົວຂໍ້ “ບິນເວີ່ນຢູ່ເທິງທົ່ງນາສຸກເຫຼືອງ” ຢູ່ເມືອງໝູ່ກາງຈ໋າຍ.
ງານບຸນດັ່ງກ່າວຈະຖືກດໍາເນີນໃນລະຫວ່າງວັນທີ 19 ຫາວັນທີ 26 ກັນຍາ ຈຶ່ງອັດລົງ.