ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ ອັດ​ຖິ​ ນັກ​ຮົບ​​ແລະ ຜູ້​ຊ່ຽວ​ຊານເສຍ​ສະ​ຫຼະ​ຊີ​ວິດ​ ຢູ່​ລາວ ແລະ ກຳ​ປູ​ເຈຍ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດເມືອງ ງອກໂຮ່ຍ, ແຂວງ ກອມຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ21 ຊຸດ. 

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ ອັດ​ຖິ​ ນັກ​ຮົບ​​ແລະ ຜູ້​ຊ່ຽວ​ຊານເສຍ​ສະ​ຫຼະ​ຊີ​ວິດ​ ຢູ່​ລາວ ແລະ ກຳ​ປູ​ເຈຍ - ảnh 1ພິທີໄວ້ອາໄລ ແລະ ປົງ ອັດຖິ ນັກຮົບແລະ ຜູ້ຊ່ຽວຊານເສຍສະຫຼະຊີວິດ ຢູ່ລາວ ແລະ ກຳປູເຈຍ 

(ພາບ: VGP)

ນີ້ແມ່ນອັດຖິຂອງບັນດານັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ຢູ່ປະເທດເພື່ອນມິດ ໃນບັນດາໄລຍະສົງຄາມ ຈຳນວນອັດຖິດັ່ງກ່າວໄດ້ກອງ K53 ຂອງກອງບັນຊາການທະຫານແຂວງ ກອມຕຸມຊອກຄົ້ນຫາ ແລະ ນຳກັບເມືອບ້ານເກີດເມືອງນອນໃນລະດູແລ້ງ 2019 – 2020. ໃນຈຳນວນ ອັດຖິ 21 ຊຸດດັ່ງກ່າວ, ມີ 16 ຊຸດຊອກຄົ້ນຫາໄດ້ຢູ່ບໍລິເວນແຂວງ ຕາແວງ, ເມືອງ Rattanakiri (ລາຊະອານາຈັກ ກຳປູເຈຍ), ສ່ວນ 5 ຊຸດຍັງເຫຼືອໄດ້ທ້ອນໂຮມຢູ່ບໍລິເວນ 3 ແຂວງທາງພາກໃຕ້ຂອງລາວນັ້ນ ແມ່ນເຊກອງ, ອັດຕາປື ແລະ ຈຳປາສັກ.

ຕອບກັບ

ຂ່າວ/ບົດ​ອື່ນ