(vovworld) - ຕອນບ່າຍວັນທີ 20/11, ຢູ່ຮ່າໂນ້ຍ, ພົນຕີ Vo Van Tuan, ຮອງຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຈັດຕະວາ D. Rathanatake, ເສນາທິການໃຫຍ່ກອງທັບບົກ Srilanka ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ, ກອງທັບສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຊອກຮູ້ທ່າແຮງຂອງແຕ່ລະຝ່າຍຢ່າງລະອຽດກວ່າ. ໃນນັ້ນ, ສຸມໃສ່ລົງເລີກເລື່ອງແລກປ່ຽນບົດຮຽນໃນການສ້າງສາປະເທດຊາດຄືນໃໝ່, ປັບປຸງພື້ນຖານປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ; ອຸດສາຫະກຳຕໍ່ກໍ່າປັ່ນ; ແກ້ໄຂບັນຫາລະເບີດໝາກມິ່ນ; ກອງທັບຊ່ວຍປະຊາຊົນຫຼຸດຜ່ອນຄວາມອຶດຫິວທຸກຍາກຢູ່ບັນດາເຂດເສດຖະກິດດ້ອຍພັດທະນາ. ຝ່າຍກອງທັບ Srilanka ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ, ສະໜອງທຶນສຶກສາເພື່ອບຳລຸງສ້າງພາສາອັງກິດໃຫ້ແກ່ພະນັກງານ, ນາຍທະຫານກອງທັບປະຊາຊົນຫວຽດນາມ.