ພັນທະມິດສາກົນຖະແຫລງຈະສະກັດກັ້ນບາດກ້າວເດີນຂອງIS

ພັນທະມິດສາກົນຖະແຫລງຈະສະກັດກັ້ນບາດກ້າວເດີນຂອງIS - ảnh 1
ກຳ​ລັງ IS
ພາບ:seatimes.com.vn

(vovworld)-​ ພັນ​ທະ​ມິດ​ສາ​ກົນ​ຕ້ານ​ອົງ​ການ “ລັດ​ອິດ​ສະ​ລາມ” IS ໂດ​ຍ​ຂະ​ຫນາມ​ນາມ​ເອງ ໄດ້​ອອກ​ຖະ​ແຫລງ​ການຢືນ​ຢັນວ່າ: ບາດ​ກ້າວ​ເດີນ​ຂອງ IS ຢູ່ ອີ​ຣັກ ແລະ ຊີ​ຣີ ຖືກ​ສະ​ກັດ​ກັ້ນ​ຢ່າງ​ສິ້ນ​ເຊິງ. ຖະ​ແຫລງ​ການ​ຖືກ​ຍົ​ກ​ອອກ ພາຍ​ຫລັງ​ການ​ປະ​ຊຸມ​ຂັ້ນ​ສູງ​ທຳ​ອິດ​ຂອງ​ພັນ​ທະ​ມິດ 60 ປະ​ເທດ ໂດຍ ອາ​ເມ​ລິ​ກາ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບ​ນ​ຊິກ ໃນ​ວັນ​ທີ 3/12 ເພື່ອ​ປຶກ​ສາ​ຫາ​ລື​ການ​ດັບ​ສູນ IS. ຖະ​ແຫລງ​ການ​ໄດ້​ຊີ້​ແຈ້ງວ່າ: ບັ້ນ​ຮົບ​ທົ່ວ​ໂລກ​ເພື່ອ​ດັບ​ສູນ IS ບັນ​ລຸ​ໄດ້​ໝາກ​ຜົນ​ແລ້ວ, ບາດ​ກ້າວ​ເດີນ​ຂອງ​ກຳ​ລັງ IS ໃນ​ທົ່ວ​​ເຂດ​ດິນ​ແດນ ອີ​ຣັກ ແລະ ຊີ​ຣີ ຖືກ​ສະ​ກັດ​ກັ້ນ​ຢ່າງ​ສິ້ນ​ເຊິງ. ບັນ​ດາ​ກຳ​ລັງ​ຂອງ ອີ​ຣັກ ແລະ ຊາວ​ເຄີດ(Kurd) ຊື່ງ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຂອງບັ້​ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ພວມ​ຍາດ​ຄືນ​ເຂດ​ດິນ​ແດນ​ຈາກ​ IS. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ກໍ​ເຫັນ​ດີ ປະ​ຕິ​ບັດ​ບັ້ນ​ຮົບ​ດ້ວຍ​​ນຳ​ໃຊ້ຫລາຍ​ພາ​ຫະ​ນະ​ເພື່ອດັບ​ສູນ IS, ໃນ​ນັ້ນ ສະ​ກັດ​ກັ້ນ​ບັນ​ດາ​ມື​ປືນ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ IS, ​ຢຸດ​ຕິ​ແຫລ່ງ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ ແລະ ກ້າວ​ໄປ​ເຖິງ​ການ​ດັບ​ສູນ​ອົງ​ການ​ກໍ່ກາ​ນ​ຮ້າຍ IS ຢ່າງ​ສິ້ນ​ເຊິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັ້​ນ​ຮົບ​ດັບ​ສູນ IS ຈະ​ເສຍ​ເວ​ລາ​ໃນ​ຫລາຍ​ປີ.

ຂ່າວ/ບົດ​ອື່ນ