ພົນລະເມືອງ ລັດເຊຍ ຖືກກ່າວຫາແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ

(VOVWORLD) - ບໍລິສັດ ລັດເຊຍ 3 ແຫ່ງ ແລະ ພົນລະເມືອງປະເທດນີ້ 13 ຄົນໄດ້ແຊກແຊງເຂົ້າໃນບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ ໄລຍະ 2014 – 2016

ໃນຄວາມມານະພະຍາຍາມ ເພື່ອຈຸດປະສົງຫລາຍຢ່າງ ແນໃສ່ສະໜັບສະໜູນນັກທຸລະກິດ Donald Trump. ນີ້ແມ່ນຂໍ້ມູນຂ່າວໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ Rob Rosenstein ຍົກອອກມາທີ່ການປະຊຸມຂ່າວໃນວັນທີ 17 ກຸມພາ. ຕາມນັ້ນແລ້ວ ຄຳກ່າວຫາພົນລະເມືອງ ລັດເຊຍ 13 ຄົນ ແລະ ບໍລິສັດ ລັດເຊຍ 3 ແຫ່ງ ໄດ້ລະເມີດກົດໝາຍສະຫະລັດ ອາເມລິກາ ເມື່ອຊອກຫາວິທີແຊກແຊງເຂົ້າລະບົບການເມືອງ ອາເມລິກາ, ໃນນັ້ນ ມີການເລືອກຕັ້ງປະທານາທິບໍດີໃນປີ 2016.

        ປະຕິກິລິຍາຕໍ່ຄຳກ່າວຫາດັ່ງກ່າວ, ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ: ບັນດາຄຳກ່າວຫາຂອງ ວໍຊິງຕັນ ກ່ຽວກັບເລື່ອງພົນລະເມືອງ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງຂອງ ອາເມລິກາ ແມ່ນບໍ່ມີຄວາມຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ