ພົນລະເມືອງ ເມັກຊິໂກ 2 ຄົນຖືກກ່າວຫາກ່ຽວຂ້ອງເຖິງເຫດຊາວອົບພະຍົບເສຍຊີວິດໃນລົດຕູ້ຄອນເທນເນີຢູ່ ອາເມລິກາ
(VOVWORLD) -ຕາມຂໍ້ມູນສືບສວນໃນເບື້ອງຕົ້ນ, ລົດຕູ້ຄອນເທນເນີອາດຈະຂົນສົ່ງຊາວອົບພະຍົບປະມານ 100 ຄົນ, ເຖິງວ່າຕົວເລກນີ້ຍັງບໍ່ທັນຊັດເຈນ.
ຢ່າງໜ້ອຍສຸດ 51 ຄົນເສຍຊີວິດໃນລົດຕູ້ຄອນເທນເນີ
(ພາບ: Getty Images/TTXVN)
|
ວັນທີ 28 ມິຖຸນາ, ສານສະຫະລັດ ອາເມລິກາ ໄດ້ກ່າວຫາພົນລະເມືອງ ເມັກຊິໂກ 2 ຄົນທີ່ກ່ຽວຂ້ອງເຖິງກົນອຸບາຍຄ້າມະນຸດ ເຮັດໃຫ້ຢ່າງໜ້ອຍສຸດ 51 ຄົນເສຍຊີວິດໃນລົດຕູ້ຄອນເທນເນີຢູ່ນະຄອນ San Antonio, ລັດ Texas, ໃນວັນທີ 27 ມິຖຸນາ.
ຕາມເອກະສານຂອງສານ ແລະ ເຈົ້າໜ້າທີ່ ອາເມລິກາ ແລ້ວ, ພົນລະເມືອງ ເມັກຊິໂກ ຖືກກ່າວຫາວ່າມີອາວຸດໃນຂະນະທີ່ເຂົ້າເມືອງ ອາເມລິກາ ຢ່າງຜິດກົດໝາຍ. ກ່ອນໜ້ານັ້ນ, ຕາມຂໍ້ມູນຂອງພະແນກນີ້ໃຫ້ຮູ້ວ່າ ມີ 3 ຄົນຖືກຈັບຕົວໃນເຫດການ ແລະ ໃນນັ້ນຢ່າງໜ້ອຍສຸດມີພົນລະເມືອງ ອາເມລິກາ 1 ຄົນ.
ຕາມຂໍ້ມູນສືບສວນໃນເບື້ອງຕົ້ນ, ລົດຕູ້ຄອນເທນເນີອາດຈະຂົນສົ່ງຊາວອົບພະຍົບປະມານ 100 ຄົນ, ເຖິງວ່າຕົວເລກນີ້ຍັງບໍ່ທັນຊັດເຈນ. ຄາດວ່າ, ບັນດາເຈົ້າໜ້າທີ່ໄອຍະການສະຫະລັດ ອາເມລິກາ ຈະເປີດການສືບສວນອາຍາກ່ຽວກັບເຫດການດັ່ງກ່າວ.