(vovworld) - ທ່ານຜູ້ຟັງທີ່ເຄົາລົບ, ໃນກິດຈະການຕໍ່ສູ້ຍາດເອົາເອກະລາດຂອງຊາດຫວຽດນາມ ໃນສະຕະວັດທີ 20 ຕິດພັນກັບຊື່ສຽງຂອງພົນເອກ ຫວໍງວຽນຢາບ ຜູ້ບັນຊາການທະຫານຂອງກອງທັບປະຊາຊົນຫວຽດນາມ. ດ້ວຍບົດບາດເປັນຜູ້ບັນຊາການບັ້ນຮົບ ດ້ຽນບຽນຝູ ກ່ອນນີ້ 60 ປີ, ພົນເອກຫວໍງວຽນຢາບ ໄດ້ມີບັນດາຂໍ້ຕົກລົງທີ່ສຳຄັນ, ເຮັດໃຫ້ສະຖານະການສະໜາມຮົບມີການປ່ຽນແປງ, ນຳມາເຊິ່ງໄຊຊະນະຢ່າງສົມບູນ.
ພົນເອກ ຫວໍງວຽນຢາບ ໄດ້ຊີ້ນຳທັງ 8 ບັ້ນຮົບໃຫຍ່ໃນການຕໍ່ຕ້ານ, ຕ້ານຝລັ່ງ, ໃນນັ້ນ ດ້ຽນບຽນຝູ ແມ່ນບັ້ນຮົບໃຫຍ່ກວ່າໝູ່, ແມ່ນຈຸດສູງແຫ່ງການປຽບທຽບກຳລັງລະຫວ່າງກອງທັບຫວຽດນາມ ແລະ ທະຫານລ່າເມືອງຂຶ້ນ ຝລັ່ງ.
ບົນແນວຮົມດ້ຽນບຽນຝູ, ທ່ານໄດ້ຫັນໜ້າທີ່ເຊິ່ງສູນກາງພັກ ແລະ ປະທານໂຮ່ຈິມິນ ມອບໝາຍໃຫ້ເປັນລະອຽດ ຜ່ານການວາງທິດນຳຕໍ່ສູ້ທີ່ມີຄວາມສະດຸ້ງໄວ, ຖືກຕ້ອງ, ກ້າຫານ ແລະ ເດັດດ່ຽວ ນັ້ນແມ່ນ: ຫັນຈາກການ “ຕີໄວ, ຍາດໄຊຊະນະໄວ” ໃຫ້ເປັນ “ບຸກໂຈມຕີຢ່າງໜັກແໜ້ນ”. ບັ້ນຮົບ ດ້ຽນບຽນຝູ ຍາດໄດ້ໄຊນະນະສຸດທ້າຍແມ່ນເລີ່ມມາຈາກບາດລ້ຽວສຳຄັນນີ້. ສາດສະດາຈານປະຫວັດສາດ ຟານຮຸຍເລ ຖືວ່າ.
“ການປ່ຽນໃໝ່ທິດນຳສູ້ຮົບແມ່ນການຕັດສິນທີ່ສະຫຼາດຂອງພົນເອກຫວໍງວຽນຢາບ. ທ່ານໄດ້ເຫັນຄວາມສ່ຽງ, ຜົນຮ້າຍຢ້ອນຫຼັງທີ່ອັນຕະລາຍຂອງການຕີໄວນັບແຕ່ຫົວທີ ແລະ ໄດ້ຢືດໝັ້ນແຜນນະໂຍບາຍຕີຢ່າງໜັກແໜ້ນ. ສິ່ງສຳຄັນແມ່ນ, ດ້ວຍຄວາມເກັ່ງກ້າສາມາດຂອງຕົນ, ທ່ານໄດ້ຫັນແຜນນະໂຍບາຍຕີໄວ ເຊິ່ງໄດ້ຮັບຄວາມເຫັນດີຈາກອົງຄະນະພັກແນວໂຮມ ແລະ ບັນດາຜູ້ທີ່ປຶກສາຈີນ ໄປສູ່ແຜນນະໂຍບາຍຖືກຕ້ອງຂອງຕົນ”.
2 ປັດໃຈເຮັດໃຫ້ພົນເອກຫວໍງວຽນຢາບ ປະສົບຜົນສຳເລັດໃນການພ້ອມກັບໝູ່ຄະນະເຫັນດີເຫັນພ້ອມຕໍ່ວິທີບຸກໂຈມຕີ ກ່ອນອື່ນໝົດຄວາມຮັບຜິດຊອບດ້ານການເມືອງຕໍ່ພັກ ແລະ ປະຊາຊົນ, ຕໍ່ໜ້າຄວາມເສຍສະຫຼະຂອງນັກຮົບ, ພ້ອມກັບຄວາມໃກ້ຊິດກັບສະພາບຕົວຈິງ, ອີງໃສ່ສະພາບຕົວຈິງ ເພື່ອເກ້ຍກ່ອມໃຫ້ໝູ່ຄະນະຮັບຮູ້ຄວາມຮຽກຮ້ອງສູງສຸດ, ນັ້ນແມ່ນຮັບປະກັນຕີເອົາໄຊຊະນະ.
ພ້ອມກັບການປ່ຽນວິທີຕໍ່ສູ້, ພົນເອກຫວໍງວຽນຢາບ ໄດ້ນຳໃຊ້ສົງຄາມແບບກອງຫຼອນສົມທົບກັບສົງຄາມປະຊາຊົນໃນບັ້ນຮົບດ້ຽນບຽນຝູ ຢ່າງຄ່ອງແຄ້ວ. ບໍ່ພຽງແຕ່ເທົ່ານັ້ນ, ຫາກທ່ານໄດ້ກໍ່ສ້າງກອງທັບຫວຽດນາມ ຈາກກອງທັບປະຊາຊົນກາຍເປັນກອງທັບຫຼວງເທື່ອລະກ້າວ, ເພື່ອຕີເອົາຊະນະສັດຕູເຂັ້ມແຂງ. ທ່ານຫົວໜ້າບັນນາທິການໃຫຍ່ ວາລະສານປ້ອງກັນຊາດແຫ່ງຊາດຝລັ່ງ Jean Dufourcq ໃຫ້ຂໍ້ສັງເກດວ່າ.
“ດ້ຽນບຽນຝູ ແມ່ນເຫດການປະຫວັດສາດເຮັດໃຫ້ທຸດຄົນຮູ້ຈັກພົນເອກຫວໍງວຽນຢາບ ຫຼາຍທີ່ສຸດ. ທ່ານໄດ້ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດຂອງຕົນ, ເຈດຈຳນົົງ, ຄວາມສາມາດໃນການບັນຊາທະຫານ, ພິເສດແມ່ນວິໄສທັດກ່ຽວກັບການຈັດຕັ້ງພະລາທິການ. ພົນເອກຫວໍງວຽນຢາບ ໄດ້ສ້າງເຂດຕໍ່ຕ້ານທີ່ເຊື່ອມຕໍ່ຈາກເຂດຊາຍແດນຫວຽດນາມ - ຈີນ ລົງເຂດພາກເໜືອ. ເວົ້າແນວອື່ນ, ພົນເອກຫວໍງວຽນຢາບ ໄດ້ສ້າງບ່ອນອີ່ງຢູ່ນອກຊາຍແດນ, ເປັນຂອບການທະຫານ - ພະລາທິການ ຈາກນັ້ນ ກໍ່ຄວາມດັ່ນ ແລະ ຕີເອົາຊະນະກອງທັບຝລັ່ງ ບົນບັນດາແນວຮົບຢູ່ທາງພາກເໜືອຫວຽດນາມ. ດ້ວຍເຈດຈຳນົງທີ່ເຂັ້ມແຂງຂອງຊາດ ໄດ້ເຮັດໃຫ້ພົນເອກຫວໍງວຽນຢາບ ກາຍເປັນບຸກຄົນປະຫວັດສາດ, ເປັນຜູ້ຮັກຊາດ ເຊິ່ງຊາວຝລັ່ງ ພວກຂ້າພະເຈົ້ານິຍົມ”.
ເຖິງວ່າ ບໍ່ໄດ້ຮັບການບຳລຸງສ້າງດ້ານການທະຫານກໍ່ຕາມ ແຕ່ຄວາມສາມາດໃນການບັນຊາ ແລະ ເຈດຈຳນົງຂອງພົນເອກຫວໍງວຽນຢາບ ໄດ້ປະກອບສ່ວນສຳຄັນ ສ້າງເປັນໄຊຊະນະດ້ຽນບຽນຝູ, ເຊິ່ງແມ່ນບັ້ນຮົບບໍ່ພຽງແຕ່ໄດ້ຮັບການຄົ້ນຄວ້າຢູ່ບັນດາໂຮງຮຽນການທະຫານທັງຢູ່ພາຍໃນ ແລະ ຕ່າງປະເທດໃນປະຈຸບັນເທົ່ານັ້ນ ຫາກຍັງແມ່ນໄຊຊະນະທີ່ນຳມາເຊິ່ງພື້ນຖານເອກະລາດໃຫ້ແກ່ຫວຽດນາມ ແລະ ຍູ້ໄວວິວັດການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃນທົ່ວໂລກອີກດ້ວຍ.