ພົບຊາກຍົນ Mi 17 ຂອງກອງທັບລາວຕົກແລ້ວ
ພາບປະກອບ:internet
|
(vovworld)- ຕາມຂ່າວສານປະເທດລາວ(KPL) ແລ້ວ, ຄະນະສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຢືນຢັນໃນຕອນເຊົ້າວັນທີ 30 ກໍລະກົດ 2015 ນີ້ວ່າ: ເຈົ້າໜ້າທີ່ສະເພາະກິດສາມາດເຂົ້າເຖິງຈຸດຍົນ Mi-17 ຂອງກອງທັບລາວຕົກໄດ້ແລ້ວຢູ່ບໍລິເວນຮ່ອມພູ ແລະ ປ່າດົງຕືບໜາໄປທາງທິດເໜືອຂອງບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ. ຂະນະນີ້ເຈົ້າໜ້າທີ່ກ່ຽວຂ້ອງພວມຊອກຄົ້ນ ແລະ ກອບກູ້ເອົາສົບຜູ້ເສຍຊີວິດຈໍານວນໜຶ່ງເຂົ້າມາໄວ້ຢູ່ບ້ານຫລວງພັນໄຊ ເມືອງດັ່ງກ່າວ.
ເຈົ້າໜ້າທີ່ສະເພາະກິດ ແລະ ກໍາລັງກອບກູ້ພາກພື້ນດິນ ກະຊວງປ້ອງກັນປະເທດລາວຍັງເປີດເຜີຍວ່າ: ບໍລິເວນຍົນຕົກເປັນເຂດທຸລະກັນດານ ແລະ ຫຍຸ້ງຍາກຫລາຍເພາະເປັນເຂດພູຜາປ່າດົງຕຶບໜາເຮັດໃຫ້ເຈົ້າໜ້າທີ່ຂອງ ພວກເຮົາເຂົ້າໄປຫາສະຖານທີ່ດັ່ງກ່າວລໍາບາກ ແລະ ອາໄສວິທີຍ່າງເຂົ້າໄປຫາຈຸດເກີດເຫດໂດຍໃຊ້ເວລາ 4 ຊົ່ວໂມງ ມາຮອດປັດຈຸບັນນີ້ພວກເຮົາສາມາດພົບແລ້ວຊາກຍົນຕົກ ແລະ ໄດ້ລໍາລຽງສົບຜູ້ຊີວິດຈໍານວນໜຶ່ງມາໄວ້ບໍລິເວນບ້ານທີ່ໃກ້ກັບ ຈຸດເກີດເຫດ.
ຍົນ ລໍາດັ່ງກ່າວ, ໄດ້ບິນຂຶ້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ໂມງ ຂອງວັນທີ 27 ກໍລະກົດ 2015 ເພື່ອໄປປະຕິບັດໜ້າທີ່ຢູ່ ແຂວງຊຽງຂວາງ-ຫົວພັນ ເມື່ອບິນໄປໄດ້ໄລຍະໜຶ່ງ ສູນຄວບຄຸມການບິນ ບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວໄດ້ ເຊິ່ງມີຈຸບິນ 4 ຄົນ ແລະ ຜູ້ໂດຍສານລວມທັງໝົດ 19 ຄົນ.