ພົບປະຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ

ພົບປະຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ - ảnh 1
ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ
(ພາບປະກອບ: phapluatxahoi.vn)

(vovworld) - ​ ຕອນ​ບ່າຍ​ວັນ​ທີ  9/8, ໃນ​ການພົບ​ປະ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ,  ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ໄດ້​ຍ້ອງຍໍ​ຜົນງານ​ດີ​ເດັ່ນ​ຂອງ​ໝູ່​ຄະນະ ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ, ຢືນຢັນ​ວ່າ​ນີ້​ແມ່ນ​ບັນດາ​ຫຼັກ​ຖານ​ລະອຽດ, ມີ​ຊີວິດ​ຊີວາ​ທີ່​ສຸດ​ໃຫ້​ແກ່ການ​ພັດທະນາຂອງ​ຂະ​ບວນການ​ແຂ່ງຂັນ​ຂອງ​ແມ່ຍິງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຢືນຢັນ​ວ່າ: ພັກ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ມີ​ຫຼາຍ​ນະ​ໂຍບາຍ​ລະອຽດ ​ເພື່ອ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມບັນດາ​ອົງການ​ການ​ນຳ, ຄຸ້ມ​ຄອງ​ໃນ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ນັບ​ມື້​ນັບ​ຫຼາຍ; ​ສົ່ງ​ເສີມ​ສຸຂະພາບ​ແມ່ ​ແລະ ​ເດັກ​ນ້ອຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເອື້ອຍ​ນ້ອງ​ປະຕິບັດ​ບົດບາດ​ຂອງ​ຜູ້​ເປັນ​ແມ່​ໃຫ້​ດີ, ສ້າງ​ຄອບຄົວ​ໃຫ້​ອິ່ມໜຳສຳລານ, ສະ​ເໝີ​ພາບ, ກ້າວໜ້າ ​ແລະ ມີ​ຄວາມ​ຜາ​ສຸກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຫວັງ​ວ່າ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ​ແມ່ຍິງ​ໃນ​ທົ່ວ​ປະ​ເທດ​ສືບ​ຕໍ່​ມານະ​ພະຍາຍາມ​ສຸມ​ໃສ່​ການ​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ແມ່​ຍິງ, ຕາມ​ທິດ​ຫຼາຍ​ຮູບ​ຫຼາຍ​ແບບ, ​ແທດ​ຈິງ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ມາດ​ປາຖະ​ໜາ​ຂອງ​ແມ່ຍິງ​ທຸກຊັ້ນ.

ຂ່າວ/ບົດ​ອື່ນ