ພົບປະບັນດານັກ ທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ແລະ ພາຍໃນປະເທດຄັ້ງທີ 2

ພົບປະບັນດານັກ ທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ແລະ ພາຍໃນປະເທດຄັ້ງທີ 2 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄປຢ້ຽມຢາມວິສາຫະກິດບາງແຫ່ງ
(ພາບ: Danh Lam/TTXVN)

(vovworld) - ຕອນ​​ເຊົ້າ​ວັນ​ທີ 7/8, ຢູ່​ນະຄອນ ດ່າ​ລາດ, ​ແຂວງ ​ເລີມ​ດົ່ງ, ​ໄດ້​ດຳ​ເນີນ​ລາຍການ “ພົບ​ປະ​ນັກ​ທຸລະກິດ ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ຢູ່ພາຍ​ໃນ​ປະ​ເທດ ຄັ້ງ​ທີ 2” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກທຸລະກິດ ຫວຽດນາມ ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ເກືອ​ບ 500 ທ່ານ. ລາຍການ​ພົບ​ປະ​ນັກ​ທຸລະ​ກິດ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະວີ​ຂົນຂວາຍ ​ແລະ ​ເຊື່ອມ​ຕໍ່​ນັກທຸລະກິດ​ເຊິ່ງ​ແມ່ນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ນັກ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ, ​ເປີດ​ກ້ວາງ​ກາລະ​ໂອກາດ​ຊອກ​ຫາ​ຄູ່​ຮ່ວມ​ມື, ​ຮ່ວມ​ສຳພັນ, ຮ່ວມ​ດຳ​ເນີນ​ທຸລະ​ກິດ​ໃນ​ການ​ລົງທຶນ, ຜະລິດ​ດຳ​ເນີ​ນທຸລະ​ກິດ​ເພື່ອ​ຊອກຫາ​ກາລະ​ໂອກາດ​ທຳ​ມາ​ຫາ​ກິນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ດີ​ທີ່​ສຸດ. ຈາກ​ບັນດາ​ຄຳ​ເຫັນ​ໃນ​ການ​ພົບ​ປະ, ຈະ​ສະ​ເໜີ​ຕໍ່​ລັດຖະບານ​ປະກາດ​ໃຊ້, ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ນະ​ໂຍບາຍ​ທີ່ເໝາະ​ສົມ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເປີດ​ກ້ວາງ​ຕະຫຼາດ ​ແລະ ສົ່ງ​ອອກ​ສິນຄ້າ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ບໍ່​ສາມາດ​ຕັກ​ແຍກ​ອອກ​ຈາກ​ປະເທດ ຫວຽດນາມ ​ໄດ້, ​ແລະ ​ແມ່ນ​ຂົວ​ຕໍ່​ສຳຄັນ​ໃນ​ການ​ພົວພັນ​ສາກົນຂ​ອງ ຫວຽດນາມ ກັບປະ​ເທດ​ຕ່າງ​ໆ. ​ໃນ​ນັ້ນ, ຖັນ​ແຖວ​ນັກທຸລະກິດ ຫວຽດນາມ ຢູ່​ຕ່າງປະ​ເທດ ສວມ​ບົດບາດ​ສຳຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ