ການເຈລະຈາລະຫວ່າງ 2 ຄະນະ
(ພາບ: VGP/Thanh Liêm)
|
(vovworld) – ວັນທີ 22/4, ຢູ່ຮ່າໂນ້ຍ ທ່ານຫົວໜ້າຄະນະ ເສດຖະກິດສູນກາງ ເວືອງດິ່ງເຮ້ວ ໄດ້ຕ້ອນຮັບ ແລະ ເຈລະຈາກັບຄະນະຜູ້ແທນ ຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ບົວສອນ ບຸບຜາວັນ, ອາດີດນາຍົກລັດຖະມົນຕີລາວ, ຫົວໜ້າຄະນະ ນຳໜ້າຄະນະປະຕິບັດງານ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 21-25/4.
ທີ່ການເຈລະຈາ ວັນທີ 22/4, ສອງຄະນະ ໄດ້ແລກປ່ຽນກ່ຽວກັບສະພາບເສດຖະກິດໂລກ, ເສດຖະກິດພາກພື້ນ ແລະ ເສດຖະກິດຂອງສອງປະເທດ. ບັນດາບັນຫາໃຫຍ່ທີ່ວາງອອກໃນວິວັດການກະກຽມເອກະສານ ກອງປະຊຸມໃຫຍ່ພັກ ຂອງສອງປະເທດ. ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງຄະນະເສດຖະກິດສູນກາງຫວຽດນາມ ແລະ ຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດ ພັກປະຊາຊົນປະຕິວັດລາວ ໃນໄລຍະທີ່ຈະມາເຖິງ. ທ່ານ ເວືອງດິ່ງເຮ້ວ
ຫົວໜ້າຄະນະເສດຖະກິດສູນກາງຫວຽດນາມ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງລາວ ໄລຍະ 2011-2015, ແລະ ແບ່ງປັນບົດຮຽນກັບຝ່າຍ ລາວ ກ່ຽວກັບ 30 ປີປ່ຽນໃໝ່ຂອງຫວຽດນາມ; ສະພາບທີ່ພົ້ນເດັ່ນ ແລະ ບົດຮຽນ ຕົວຈິງ ໃນແຫ່ງການການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມໃນປະຈຸບັນ. ສ່ວນຝ່າຍລາວ, ທ່ານຫົວໜ້າຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດ ພັກປະຊາຊົນປະຕິວັດລາວ ບົວສອນ ບຸບຜາວັນ ປາດຖະໜາ ຢາກແລກປ່ຽນ, ແບ່ງປັນ ບົດຮຽນກະກຽມບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ພັກປະຊາຊົນປະຕິວັດລາວ.