(ພາບປະກອບ)
(vovworld) – ວັນທີ 05/06, ສະພາກາແດງ ລີບີ ໃຫ້ຮູ້ວ່າ: ໄດ້ຊອກເຫັນຊາກສົບຂອງຊາວລີ້ໄພລວມທັງໝົດ 133 ຄົນ ທີ່ຖືກຜັດເຂົ້າຝັ່ງທະເລທາງທິດຕາເວັນຕົກຂອງ ລີບີ ໃນຊຸມວັນມໍ່ໆມານີ້. ໂຄສົກຂອງສະພາກາແດງ ລີບີ ທ່ານ Al – Khalis al – Bosaifi ເວົ້າວ່າ: ໃນຈຳນວນຜູ້ປະສົບເຄາະຮ້າຍ ແມ່ຍິງກວມປະມານ ¾ . ບັນດາຜູ້ປະສົບເຄາະຮ້າຍນີ້ ໄດ້ຊອກເຫັນຢູ່ຝັ່ງທະເລທາງທິດຕາເວັນຕົກສ່ຽງເໜືອຂອງນະຄອນ Zuwara. ເຈົ້າໜ້າທີ່ ລີບີ ໃຫ້ຮູ້ຕື່ມອີກວ່າ: ບັນດາຊາວອົບພະຍົບຖືກປະສົບເຄາະຮ້າຍບໍ່ມີໜັງສືປະຈຳຕົວໃດໆ ດັ່ງນັ້ນເລື່ອງກຳນົດສັນຊາດປະສົບກັບຫຍຸ້ງຍາກຫລາຍຢ່າງ, ແຕ່ຢືນຢັນວ່າ ບັນດາຜູ້ປະສົບເຄາະຮ້າຍດັ່ງກ່າວ ສ່ວນຫລາຍແມ່ນມາຈາກອະນຸພາກພື້ນ Sahara ທະວີບ ອາຟຣິກກາ. ໃນໄລຍະເວລາມໍ່ໆມານີ້, ສະພາບການຂ້າມທະເລໄປຫາ ເອີລົບ ຂອງຊາວອົບພະຍົບ ໄດ້ຫລຸດລົງ ພາຍຫລັງທີ່ບັນດາປະເທດ Balkan ປິດດ່ານຊາຍແດນ ເພື່ອສະກັດກັ້ນກະແສຊາວອົບພະຍົບເຂົ້າ ເອີລົບ