ພົບເຫັນໄວຣັດບຸກຕີແວບໄຊຂອງບໍລິສັດການບິນ Vietnam Airlines ຢູ່ອົງການສຳນັກງານ, ວິສາຫະກິດຫຼາຍແຫ່ງ

ພົບເຫັນໄວຣັດບຸກຕີແວບໄຊຂອງບໍລິສັດການບິນ Vietnam Airlines ຢູ່ອົງການສຳນັກງານ, ວິສາຫະກິດຫຼາຍແຫ່ງ - ảnh 1ພົບເຫັນໄວຣັດບຸກຕີແວບໄຊຂອງບໍລິສັດການບິນ Vietnam Airlines ຢູ່ອົງການສຳນັກງານ, ວິສາຫະກິດຫຼາຍແຫ່ງ - ảnh 2
ພົບ​ເຫັນ​ໄວ​ຣັດ​ບຸກ​ຕີ​ແວບ​ໄຊ
ຂ​ອງ​ບໍ​ລິ​ສັດ​ກາ​ນ​ບິນ Vietnam Airlines ດຍ​ບໍ່​ເສຍ​ຄ່າ
(ພາບ: genk.vn)

(vovworld) - ​​ ​​ຕອນ​ບ່າຍ​ວັນ​ທີ 08/08, ກຸ່ມບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ Bkav ໄດ້​ແຈ້ງໃຫ້​ຮູ້ວ່າ, ໄດ້​ພົບ​ເຫັນ​ໄວ​ຣັດ​ບຸດ​ຕີແວບ​ໄຊ ຂອງ​ບໍ​ລິ​ສັດ​ກາ​ນ​ບິນ Vietnam Airlines ໃນ​ວັນ​ທີ 29/07 ຢູ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ວິ​ສາ​ຫະ​ກິດ​ອື່ນ​, ລວ​ມ​ທັງ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ, ກຸ່ມ​ບໍ​ລິ​ສັດ, ທະ​ນາ​ຄານ. ທ່ານ ວູ​ຫງອກ​ເຊີນ, ຮອງ​ປະ​ທານ​ກຸ່ມບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ Bkav ໃຫ້​ຮູ້​ວ່າ, ພາຍ​ຫຼັງ​​ໄວ​ຣັດ​ນີ້ບຸກ​ເຂົ້າກອມ​ພິວ​ເຕີ​ມັນ​ຈະ​ປະ​ກົດ​​ຕົວເປັນ​ຊອບ​ແວຂ້າ​ໄວ​ຣັດ ສະ​ນັ້ນ​ຍາກ​ທີ່​ຈະ​ຄົ້ນ​ພົບ​ໄດ້. ປະ​ຈຸ​ບັນ, ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ໂຊີ Bkav ໄດ້ປະ​ກາດ​ເຄື່ອງ​ມື​ກວາດ ແລະ ກວດ​ໄວ​ຣັດ​ນີ້ໂດຍ​ບໍ່​ເສຍ​ຄ່າ​​ຜູ້​ນຳ​ໃຊ້​ສາ​ມາດ​ດາວ​ໂລດເຄື່ອງມື້ນີ້​ໃນ​ແວບ​ໄຊ Bkav.com.vn/ScanSpyware.

ຂ່າວ/ບົດ​ອື່ນ