ສານພິພາກສາ
ພາບ:thanhnien.com
|
(vovworld)- ວັນທີ 28/1, ສານປະຊາຊົນແຂວງ ຟູອຽນ ໄດ້ດຳເນີນການພິພາກສາຈຳເລີຍ 22 ຄົນ ຂອງ ສະພາ ກົງລວດກົງອານ ເບຍເຊີນ (công luật công án Bia Sơn) ໂດຍ ຟານວັນທູ ເປັນຫົວໂປ່ ດ້ວຍໂທດ “ເຄື່ອນໄຫວເພື່ອໂຄ່ນລົ້ມອຳນາດການປົກຄອງປະຊາຊົນ. ຕາມຄຳປະກາດກ່າວໂທດແລ້ວ, ນັບແຕ່ປີ 2003 ຮອດເດືອນ 2/2012, ຢູ່ເຂດທ່ອງທ່ຽວຊີວະພາບ ດາເບຍ (Đá Bia) ຂຶ້ນກັບກີ່ວກ໋າ (Đèo Cả) ແຂວງ ຟູອຽນ, ຟານວັນທູ ພ້ອມກັບຈຳເລີຍ 21 ຄົນ ໄດ້ສ້າງຕັ້ງອົງການການເມືອງທີ່ມີຊື່ວ່າ: ສະພາ ກົງລວດກົງອານ ເບຍເຊີນ . ອົງການນີ້ເຄື່ອນໄຫວພາຍໃຕ້ຮູບການຂອງວິສາຫະກິດແຫ່ງຫນຶ່ງທີ່ດຳເນີນທຸລະກິດໃນຂົງເຂດທ່ອງທ່ຽວຊີວະພາບ ບົນພື້ນຖານໄດ້ລົງນາມໃນສັນຍາ “ປົກປັກຮັກສາ, ລ້ຽງ, ປູກປ່າໄມ້ຄືນໃຫມ່” ກັບຄະນະຄຸ້ມຄອງປ່າພິເສດ ຢູ່ກີ່ວກ໋າ ເພື່ອກໍ່ສ້າງຖານທີ່ໝັ້ນເປັນສູນບັນຊາການເຄື່ອນໄຫວ. ອົງການການເມືອງນີ້ໄດ້ເລືອກເຟັ້ນວິທີການຕໍ່ສູ້ສວຍໃຊ້ປະຊາຊົນເພື່ອກໍ່ຈະລາຈົນ, ປະດິດແຕ່ງ, ຮຽບຮຽງເອກະສານມີເນື້ອໃນເສັກສັນປັ້ນແຕ່ງແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ນອກນັ້ນ ອົງການນີ້ ຍັງສ້າງຂໍ້ກຳນົດ, ກົດລະບຽບ, ໂຄງການການເມືອງເພື່ອກຳນົດທິດໃຫ້ແກ່ການເຄື່ອນໄຫວຂອງອົງການ, ຄາດຄະເນອຳນາດການປົກຄອງເພື່ອໂຄ່ນລົ້ມອຳນາດການປົກຄອງລັດ ຫວຽດນາມ ສ້າງລັດ ດ້າຍນາມກີນເຈົາ (Đại Nam Kinh Châu) ໂດຍ ຟານວັນທູ ນຳພາ.