ພວກກະບົດຢູ່ Aleppo ເຫັນດີຕໍ່ແຜນການມະນຸດສະທຳຂອງສະຫະປະຊາຊາດ

ພວກກະບົດຢູ່ Aleppo ເຫັນດີຕໍ່ແຜນການມະນຸດສະທຳຂອງສະຫະປະຊາຊາດ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ​​​ ​​​ວັນ​ທີ 24/11, ທີ່​ປຶກ​ສາ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານ Jan Egeland ໃຫ້​ຮູ້​ວ່າ, ພວກ​ກະ​ບົດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ນະ​ຄອນ Aleppo ຂອງ​ຊີ​ຣີ ພວມນອນ​ໃນວົງ​ປິດ​ລ້ອມ​ຂອງ​ກອງ​ທັບ​ຊີ​ຣີ, ໄດ້​ເຫັນ​ດີ​ຕໍ່​ແຜນ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແຈກ​ຢາຍ​ເຄື່ອງ​ອຸ​ປະ​ຖຳ ແລະ ຍົກ​ຍ້າຍ​ຜູ້​ຖືກ​ຮັບ​ບາດ​ເຈັບ, ຜູ້​ຖືກ​ຕິດ​ພະ​ຍາດ​ອອກ​ຈາກ​ເຂດນີ້. ແຕ່​ວ່າ, ສະ​ຫະ​ປະ​ຊາ​ຊາດ​ພວມ​ລໍ​ຖ​້າ​ລັດ​ຖະ​ບານ​ລັດ​ເຊຍ ແລະ ຊີ​ຣີ ເຫັນ​ດີ​​ຕໍ່ບັນ​ຫານີ້. ທ່ານ Egeland ໃຫ້​ຮູ້​ວ່າ, ສະ​ຫະ​ປະ​ຊາ​ຊາດ ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ເຊຍ ດ້ວຍ​ເອ​ກະ​ສານສຳ​ລັບ​ແຜນ​ການນີ້, ກໍ​ຄື​ການ​ສະ​ໜັບ​ສະ​ໜູນ​ໂດຍບໍ່​ມີ​ເງື່ອນ​ໄຂຂອງ​ລັດ​ເຊຍ ແລະ ຍັງ​ລໍ​​ຖ້າ​ຄຳ​ຕອບ​ຈາກ​ລັດ​ຖະ​ບານ​ຊີ​ຣີ.

ຂ່າວ/ບົດ​ອື່ນ