ພະນັກງານ,ນັກຮົບຕັດ ສິນໃຈປົກປັກຮັກສາ ອະທິປະໄຕເຂດ ທະເລໝູ່ເກາະຂອງ ປະເທດຊາດ
(ພາບ:vov)
(vovworld)– ຕອນເຊົ້າວັນທີ 1/12, ຢູ່ຫໍພິພິຕະພັນໂຮ່ຈິມິນ ສາຂານະຄອນໂຮ່ຈິມິນ, ຄະນະພະນັກງານ, ນັກຮົບດີເດັ່ນປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ ໄດ້ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈິມິນ. ນີ້ແມ່ນການເຄື່ອນໄຫວເລີ່ມຕົ້ນລາຍການທັດສະນະສຶກສາ, ພົບປະແລກປ່ຽນຢູ່ນະຄອນຂອງ ພະນັກງານ, ນັກຮົບເຈື່ອງຊາ, ເຮືອນຮ້ານ DK1 ແລະ ກຳລັງຕຳຫຼວດທະເລ ລວມ 70 ຄົນ ໂດຍຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ຈັດຕັ້ງຂຶ້ນ ຮ້ອຍໂທຫງວຽນເທແຊງ, ເຮັດວຽກຢູ່ເຮືອນຮ້ານ DK1 ກອງບັນຊາການທະຫານເຂດ 2 ໃຫ້ຮູ້ວ່າ:
“ຄວາມເອົາໃຈໃສ່ຂອງແນວໂຮມປະເທດຊາດ ແລະ ຄະນະກຳມະຫານ ປຊຊ ນະຄອນ ໄດ້ສ້າງເງື່ອນໄຂໃຫ້ແກ່ພວກຂ້າພະເຈົ້າ. ຫວັງວ່າ, ບັນດາການເຄື່ອນໄຫວຄືແນວນີ້ ຈະຖືກຈັດຂຶ້ນເປັນປະຈຳ, ນຳມາເຊິ່ງຄວາມມ່ວນຊື່ນ ແລະ ການລະດົມກຳລັງໃຈບັນດາພະນັກງານນັກຮົບພວມປະຕິບັດໜ້າທີ່ອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ“./.